ບັນດາການເຄື່ອນໄຫວສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ - ảnh 1
ພາບ​ປະ​ກອບ

(vovworld) – ​ ​​ໂດຍ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ວັນ​ທີ 13/3, ໃນ​ບໍ​ລິ​ເວນສຳ​ນັກ​ງານ​ສະ​ມາ​ຄົມ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ແຂວງ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ນາມ ໄດ້​ຈັດ​ຕັ້ງ​ການ​ວາງ​ສະ​ແດງ​ພາບ​ຖ່າຍ​ສິ​ລະ​ປະ “ກວາງ​ນາມ ສີ​ສັນ​ບ້ານ​ເກີດ​ເມືອງນອນ”, ງານ​ວາງ​ສະ​ແດງ​ໄດ້​ນຳ​ມາ​ວາງ​ສະ​ແດງ, ແນະ​ນຳພາບ​ຖ່າຍ 50 ແຜ່ນ​ໂດຍ​ບັນ​ດາ​ນັກຖ່າຍ​ຮູບ​ປະ​ຕິ​ບັດ​ໃນ​ຊຸມ​ປີມໍ່ໆ​ມານີ້. ບັນ​ດາ​ພາບ​ຖ່າຍນີ້ ໄດ້​ສະ​ແດງ​ຄວາມ​ຮັກ​ຕໍ່​ປະ​ເທດ​ຊາດ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ຄວາມ​ຫວັງ​ຕໍ່​ໜ້າ​ການ​ປ່ຽນ​ແປງ, ພັດ​ທະ​ນາ​ຂອງ​ແຂວງ ກວາງ​ນາມ ວິ​ລະ​ຊົນ. ເພື່ອ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ແຂວງ ບິ່ງ​ດິງ (31/3/1975 – 31/3/2015) ແລະ ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ແຕ່​ວັນ​ທີ 28/3 ຮອດ​ວັນ​ທີ ¼, ແຂວງ ບີ່ງ​ດິງ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​​ວັດ​ທະ​ນະ​ທ​ຳ, ສິ​ລະ​ປະຕ່າງໆ, ໃນ​ນັ້ນ​ມີ​ການ​ຍິງບັ້ງ​ໄຟ​ດອກ​ລະ​ດັບ​ຕ່ຳ, ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ທີ່​ເປັນ​ມູນ​ເຊື້ອ, “ຕອບ​ບູນ​ແທນ​ຄູນ” ແລະ ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ກິ​ລາ​ຮັບ​ໃຊ້​ປະ​ຊາ​ຊົນ…


ຂ່າວ/ບົດ​ອື່ນ