ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງວັນ​ຄ້າຍ​ວັນ​​ເກີດ​ຂອງ​ປະທານ​ໂຮ່ຈີ​ມິນ ຄົບຮອບ 130 ປີ

(VOVWORLD) -ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ທີ່ສະແດງໃຫ້ເຫັນຄຸນງາມຄວາມດີ ແລະ ການອຸທິດສ່ວນອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ ທີ່ມີຕໍ່ພາລະກິດແຫ່ງການປະຕິວັດຂອງຫວຽດນາມ. 
ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງວັນ​ຄ້າຍ​ວັນ​​ເກີດ​ຂອງ​ປະທານ​ໂຮ່ຈີ​ມິນ ຄົບຮອບ 130 ປີ - ảnh 1 ປະທານໂຮ່ຈີມິນ - ຜູ້ນໍາທີ່ຍິ່ງໃຫຍ່ (ພາບເອກະສານ: TTXVN)

        ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ ຄົບຮອບ 130 ປີ (19/05/1890 – 19/05/2020), ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ທີ່ສະແດງໃຫ້ເຫັນຄຸນງາມຄວາມດີ ແລະ ການອຸທິດສ່ວນອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ ທີ່ມີຕໍ່ພາລະກິດແຫ່ງການປະຕິວັດຂອງຫວຽດນາມ. ທາງນະຄອນ ກໍໄດ້ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນຄົບຮອບ 130 ປີ ລະດັບຊາດຂຶ້ນ ແລະ ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ ເປັນຕົ້ນແມ່ນງານວາງສະແດງຮູບພາບກ່ຽວກັບຊີວິດ, ການເຄື່ອນໄຫວຂອງປະທານໂຮ່ຈີມິນ; ຈັດສ້າງຟິມຮູບເງົາເອກະສານດ້ວຍຫົວຂໍ້ “ລຸງໂຮ່ ກັບນະຄອນຫຼວງຮ່າໂນ້ຍ”; ຈັດຕັ້ງບັນດາລາຍການສະແດງສິລະປະ, ການແລກປ່ຽນ, ໂອ້ລົມສົນທະນາ, ພິທີຖະຫວາຍທູບທຽນ, ລາຍງານຜົນງານ ຢູ່ບັນດາສະຖານທີ່ມີເຂດປູຊະນີຍະສະຖານ ແລະ ອະນຸສອນສະຖານປະທານໂຮ່ຈີມິນ.  

        ຢູ່ແຂວງເງະອານ ເຊິ່ງເປັນບ້ານເກີດເມືອງນອນຂອງປະທານໂຮ່ຈີມິນ, ກໍໄດ້ຈັດຕັ້ງການເຄື່ອນໄຫວຈໍານວນໜຶ່ງເພື່ອສະເຫຼີມສະຫຼອງວັນເກີດຂອງເພິ່ນເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ