ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດ2/9ຢູ່ຕ່າງປະເທດ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດ2/9ຢູ່ຕ່າງປະເທດ - ảnh 1
ການເຄື່ອນໄຫວສະເຫຼີມສະຫຼອງວັນຊາດ 2/9 ຢູ່ຍີ່ປຸ່ນ

(vovworld) - ຕອນ​ຄຳ່​ວັນ​ທີ 1/9, ສະຖານທູດ ຫວຽດນາມ​ປະຈຳ ຈີ​ນໄດ້​ຈັດ​ຕັ້ງ​ພິທີ ສະ​ເຫຼີ​ມສະຫຼອງ​ວັນຊາດ 2/9. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ມິ​ງຄອຍ ​ເນັ້ນ​ໜັກ​ວ່າ, ຈິດ​ໃຈ​ເອກະລາດ​ແຫ່ງ​ຊາດ, ຄວາມ​ຮັກຫອມ​ສັນຕິພາບ​ຂອງ​ຊາດ​ໃນ​ຕະຫຼອດ 71 ປີຜ່ານມາ​ຍັງ​ຄົງ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ໃນ​ພາລະກິດ​ແຫ່ງ​ການ​ປ່ຽນ​ໃໝ່ ​ແລະ ພັດທະນາ​ປະ​ເທດ​ຊາດ, ຍາດ​ໄດ້​ບັນດາ​ໄຊຊະນະ​ອັນ​ໃຫຍ່​ຫຼວງ ​ແລະ ມີ​ຄວາມ​ໝາຍ​ປະຫວັດ​ສາດ.

        ​ແລະ​ກໍ່​ໃນ​ຕອນ​ຄຳ່​ວັນ​ທີ 1/9, ສະຖານທູດ ຫວຽດນາມ​ປະຈຳ ລາຊະ​ອານາຈັກ ກຳປູ​ເຈຍ ​ໄດ້​ຈັດ​ຕັ້ງ​ງານ​ລ້ຽງບັນດາ​ແຂກ​ຜູ້​ມີ​ກຽດ​ສາກົນ​ຢ່າງ​ສົມ​ກຽດ, ​ເນື່ອງ​ໃນ​ໂອກາດ ສະ​ເຫຼີ​ມສະຫຼອງ 71 ປີ ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ 8 ​ແລະ ວັນ​ຊາດ 2/9. ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກຳປູ​ເຈຍ Prak Sokhonn, ອວຍພອນ​ການ​ນຳ ​ແລະ ປະຊາຊົນ ຫວຽດນາມ​ເນື່ອງ​ໃນ​ໂອກາດ​ວັນຊາດ​ທີ 2/9, ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ​ວ່າ, ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ອັນ​ດີງາມ ​ແລະ ຍາວ​ນານ​ລະຫວ່າ​ງສອງປະ​ເທດຈະ​ສືບ​ຄໍ່​ໄດ້​ຮັບ​ການ​ຮັກສາ​ໄວ້ ​ແລະ ປັຍປຸງ, ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

        ວັນ​ທີ 1/9, ສະຖານທູດ ຫວຽດນາມ​ປະຈຳ ສ ອາ​ຟະ​ລິ​ກາ​ໃຕ້​ກໍ່ຈັດ​ຕັ້ງ​ພິທີ ສະ​ເຫຼີ​ມສະຫຼອງ 71 ປີ ​ແຫ່ງ​ວັນ​​ຊາດ 2/9. ນອກຈາກ​ຫວນ​ຄືນ​ບັນດາ​ຜົນງານ​ພົ້ນ​ເດັ່ນ​ຂອງ ຫວຽດນາມ​ໃນ 71 ປີຜ່ານມາ, ທີ່​ພິທີ​ບັນດາ​ອົງການ​ຕາງໜ້າ​ຫວຽດນາມ​ປະຈຳ ສອາ​ຟະ​ລິ​ກາ​ໃຕ້​ກໍ່​ໄດ້​ຈັດການ​ໂຄສະນາ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ທ່າ​ແຮງ​ຂອງ ຫວຽດນາມ​ເຊັ່ນ​ເຂົ້າສານ, ກາ​ເຟ, ກໍ່​ຄື​ແນະນຳ​ອາຫານ​ການ​ກິນ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຫວຽດນາມ​ອີກ​ດ້ວຍ.

        ​ແລະ​ກໍ່​ໃນ ວັນ​ທີ 1/9, ສະຖານກົງສູນ ຫວຽດນາມ ປະຈຳ ​ໂອຊາ​ກາ, ຍີ່ປຸ່ນ ກໍ່​ໄດ້​ຈັດ​ງານ​ລ້ຽງສະ​ເຫຼີ​ມສະຫຼອງ 71 ປີ ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ 8 ​ແລະ ວັນ​ຊາດ 2/9. ພິທີ​ສະ​ເຫຼີ​ມສະຫຼອງ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ໃຫ້​ເພື່ອ​ມິດ, ຊາວ​ຍີ່ປຸ່ນ​ເປັນ​ຈຳນວນ​ຫຼວງ​ຫຼາຍ ກໍ່​ຄື​ປະຊາ​ຄົມ​ຊາວ ຫວຽດນາມ​ທີ່​ພວມ​ເຮັດ​ວຽກ, ຮຳ່ຮຽນ ​ແລະ ດຳ​ລັງ​ຊີວິດ​ຢູ່​ເຂດ ການ​ຊາຍ.

 

ຂ່າວ/ບົດ​ອື່ນ