ບັນດາການເຄື່ອນໄຫວເນື່ອງໃນໂອກາດ ສັບປະດາວັດທະນະທຳຫວຽດນາມຢູ່ແບນຊິກ

ບັນດາການເຄື່ອນໄຫວເນື່ອງໃນໂອກາດ ສັບປະດາວັດທະນະທຳຫວຽດນາມຢູ່ແບນຊິກ - ảnh 1
ການເຄື່ອນໄຫວສັບປະດາ​ວັດທະນະທຳ​ຫວຽດນາມ​ຢູ່​ແບນ​ຊິກ​

(vovworld)- ສັບປະດາ​ວັດທະນະທຳ​ຫວຽດນາມ​ຢູ່​ແບນ​ຊິກ​ພວມ​ຖືກ​ຈັດ​ຂຶ້ນ​ຢູ່​ສູນວັດທະນະທຳ Silly ປະ​ເທດ​ແບນ​ຊິກ​ແຕ່​ວັນ​ທີ 10-19/10. ​ໃນ​ວັນ​ທີ 12/10, ​ໄດ້​ຈັດການ​ສາຍຟິມຮູບ​ເງົາ​ເອກະສານ​ຂອງ​ນັກ​ຜະລິດ Jean – Marc Turine ກ່ຽວ​ກັບ​ທາດ​ພິດ​ສີ​ສົ້ມ​ຢູ່​ຫວຽດນາມ ​ແລະ ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ຮູບ​ເງົາ​ນີ້. ກ່ອນ​ນັ້ນ, ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື ງານ​ວາງສະ​ແດງ​ພາບ​ແຕ້ມ, ການສະ​ແດງ​ຕີ​ກອງ, ​ແນ​ະນຳ​ຮູບ​ຖ່າຍ​ກ່ຽວ​ກັບ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ, ສອນ​ວິທີ​ປຸ່ງ​ແຕ່ງອາຫານ ​ແລະ ຊິ​ມອາຫານ​ຫວຽດນາມ...... ອັນ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຂອງ​ຊາວ​ແບນ​ຊິກ. ​ໃນ​ໄລຍະ​ດຳ​ເນີນສັບປະດາ​ວັດທະນະທຳ​ຫວຽດນາມ, ກໍ​ໄດ້​ຈັດການ​ພົບ​ປະ​ສົນທະ​ນາກ່ຽວ​ກັບ​ຫວຽດນາມ​ໂດຍ​ຜ່ານ​ການ​ແນະນຳ​ຮູບ​ເງົາ​ກ່ຽວ​ກັບ​ຮ່າ​ໂນ້ຍ, ​ໄຊ​ງ່ອນ​ເມື່ອ​ກ່ອນ​ນີ້, ທິດ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງ​ອ່າວ​ຫ້າ​ລອງ, ກຸ່ງ​ເກົ່າ​ເຫ້ວ, ຄຸ້ມ​ເມືອງ​ເກົ່າ​ໂຫ້​ຍອານ....

ຂ່າວ/ບົດ​ອື່ນ