ບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ128ປີແຫ່ງວັນຄ້າຍວັນເກີດຂອງທ່ານປະທານໂຮ່​ຈີ​ມິນ

(VOVWORLD) -ໂດຍເປັນການສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດຂອງທ່ານປະທານໂຮ່ຈີມິນ ( 19/5/1890 – 19/5/2018) ແລະ 107 ປີແຫ່ງວັນລຸງໂຮ່ ອອກເດີນທາງໄປຊອກຫາເສັ້ນທາງກູ້ຊາດ (5/6/1911 – 5/6/2018), ນະຄອນໂຮ່ຈີ໋ມິນ ຈະຈັດຕັ້ງການເຄື່ອນໄຫວຫຼາຍຢ່າງທີ່ມີຄວາມໝາຍ ແລະ ແທດຈິງ.

ບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ128ປີແຫ່ງວັນຄ້າຍວັນເກີດຂອງທ່ານປະທານໂຮ່​ຈີ​ມິນ - ảnh 1ເຮືອນຮ້ານຂອງທ່ານປະທານໂຮ່ຈີ໋ມິນທີ່ເຂດປູຊະນີຍະສະຖານ ໂຮ່ຈີ໋ມິນ - ທຳນຽບປະທານປະເທດ

(ພາບ: Thanh Tung/TTXVN)

ຕາມນັ້ນແລ້ວ, ວັນທີ 19 ພຶດສະພາ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ພ້ອມກັບຄະນະກຳມະການແນວໂຮມປະເທດຊາດນະຄອນໂຮ່ຈີ໋ມິນ ຈະຈັດຕັ້ງພິທີຖະຫວາຍທູບທຽນ, ວາງພວງມາລາອາໄລຫາທ່ານປະທານໂຮ່ຈີ໋ມິນ ທີ່ຫໍພິພິທະພັນໂຮ່ຈີ໋ມິນ - ສາຂານະຄອນໂຮ່ຈີ໋ມິນ ແລະ ສວນສາທາລະນະອະນຸສາວະລີປະທານໂຮ່ຈີ໋ມິນ. ຕອນຄ່ຳວັນທີ 19 ພຶດສະພາ, ນະຄອນໂຮ່ຈີ໋ມິນ ກໍຈະຈັດຕັ້ງລາຍການສະແດງສິລະປະ ເພື່ອສະເຫຼີມສະຫຼອງ 128 ປີ ແຫ່ງວັນຄ້າຍວັນເກີດຂອງທ່ານປະທານໂຮ່ຈີ໋ມິນ ແລະ ສະເຫຼີມສະຫຼອງ 107 ປີ ແຫ່ງວັນທ່ານປະທານໂຮ່ຈີ໋ມິນອອກເດີນທາງໄປຊອກຫາເສັ້ນທາງກູ້ຊາດ.

        ແລະກໍໃນລະຫວ່າງວັນທີ 17 ພຶດສະພາ - 10 ມິຖຸນາ, ຄະນະຈັດຕັ້ງພິທີເຫຼີມສະຫຼອງບັນດາວັນບຸນໃຫຍ່ນະຄອນໂຮ່ຈີ໋ມິນ ຈະຈັດຕັ້ງງານວາງສະແດງ ເຊິ່ງມີຫົວຂໍ້ກ່ຽວກັບທ່ານປະທານໂຮ່ຈີ໋ມິນ ຢູ່ຫໍພິພິທະພັນໂຮ່ຈີ໋ມິນ; ພິທີເຊີດຊູໝູ່ຄະນະ, ສ່ວນບຸກຄົນທີ່ປະຕິບັດການສຶກສາຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງທ່ານປະທານໂຮ່ຈີ໋ມິນໄດ້ດີ ໄລຍະປີ 2017 – 2018 ແລະ ອື່ນໆ.


ຕອບກັບ

ຂ່າວ/ບົດ​ອື່ນ