ບັນດາການເຄື່ອນໄຫວເບິ່ງແຍງບຸນເຕັດໃຫ້ຄົນທຸກຍາກ

(VOVWORLD) - ຕອນຄ່ຳວັນທີ 17 ມັງກອນ, ແຂວງ ກວາງຈິ້ ໄດ້ຈັດຕັ້ງລາຍການ “ເຊື່ອມຕໍ່ອ້ອມແຂນແຫ່ງຄວາມເມດຕາ” ປີໃໝ່ປີກຸນ 2019. 
ບັນດາການເຄື່ອນໄຫວເບິ່ງແຍງບຸນເຕັດໃຫ້ຄົນທຸກຍາກ - ảnh 1 ລາຍການ “ເຊື່ອມຕໍ່ອ້ອມແຂນແຫ່ງຄວາມເມດຕາ” ປີໃໝ່ປີກຸນ 2019 (ພາບ: ແທ່ງຢຸງ)

ປີນີ້, ລາຍການໄດ້ຈັດຕັ້ງເປັນຄັ້ງທີ 14 ແລ້ວ ເພື່ອແນໃສ່ລະດົມບັນດາແຫຼ່ງກຳລັງເບິ່ງແຍງບຸນເຕັດໃຫ້ຄົນທຸກຍາກ. ລາຍການໄດ້ຮຽກຮ້ອງ ແລະ ເຊື່ອມຕໍ່ກັບບັນດາອົງການຈັດຕັ້ງ, ບຸກຄົນຊ່ວຍເຫຼືອບັນດາຄອບຄົວຫຍຸ້ງຍາກ ມີເງື່ອນໄຂຕ້ອນຮັບບຸນເຕັດໃນບັນຍາກາດອົບອຸ່ນ, ເຕົ້າໂຮມ. ມາຮອດປັດຈຸບັນ, ລາຍການລະດົມເງິນໜູນຊ່ວຍຄົນທຸກຍາກຕ້ອນຮັບບຸນເຕັດໄດ້ຫລາຍກ່ວາ 9 ຕື້ດົ່ງ. ທ່ານ ຫງວຽນດັງກວາງ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ກວາງຈິ້ ໃຫ້ຮູ້ວ່າ:

        ຄອບຄົວທຸກຍາກຫລາຍຄອບຄົວບໍ່ໄດ້ສຳພັດກັບບັນດາການບໍລິການສັງຄົມໂດຍພື້ນຖານ, ເປັນຕົ້ນແມ່ນເຮືອນຢູ່, ອາດຈະບໍ່ມີເງື່ອນໄຂຕ້ອນຮັບບຸນເຕັດໄດ້ຢ່າງຄົບຖ້ວນ ແລະ ອົບອຸ່ນ. ລາຍການ “ເຊື່ອມຕໍ່ອ້ອມແຂນແຫ່ງຄວາມເມດຕາ - ບຸນເຕັດເພື່ອຄົນທຸກຍາກ” ປີໃໝ່ປີກຸນ ແນໃສ່ຂົນຂວາຍບັນດາອົງການຈັດຕັ້ງ, ບຸກຄົນປະກອບສ່ວນແບ່ງປັນ, ຊ່ວຍເຫຼືອບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນໂອກາດບຸນເຕັດວຽນມາ.

        ແລະກໍ່ໃນຕອນຄ່ຳວັນທີ 17 ມັງກອນ, ທີ່ນະຄອນ ໂຮ່ຈີມິນ, ໄດ້ດຳເນີນລາຍການ “ບຸນເຕັດທຳຄວາມດີ” ປີໃໝ່ປີກຸນ 2019 ໂດຍສະມາຄົມຊາວກະສິກອນນະຄອນ ໂຮ່ຈີມິນ ຈັດຕັ້ງ ເພື່ອແນໃສ່ສ້າງກອງທຶນໜູນຊ່ວຍຊາວກະສິກອນທຸກຍາກ, ໃກ້ຈະທຸກຍາກ. ລາຍການ “ບຸນເຕັດທຳຄວາມດີ” ໄດ້ຈັດຕັ້ງເປັນຄັ້ງທຳອິດໃນປີ 2008 ດ້ວຍຊື່ເອີ້ນແມ່ນ “ຕົ້ນເໝີຍລະດູບານໃໝ່”. 11 ປີຜ່ານມາ, ບັນດາຜູ້ໃຈບຸນໃຈກຸສົນ, ອົງການຈັດຕັ້ງ, ວິສາຫະກິດ, ຫົວໜ່ວຍຕ່າງໆໄດ້ສະໜັບສະໜູນເງິນເກືອບ 85 ຕື້ດົ່ງ.    

ຕອບກັບ

ຂ່າວ/ບົດ​ອື່ນ