ບັນດາການເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ພວມດໍາເນີນໄປດ້ວຍດີ

(VOVWORLD) -ການເຈລະຈາລະຫວ່າງທ່ານ ແລະ ຜູ້ຕາງໜ້າດ້ານການຄ້າ ອາເມລິກາ Robert Lighthizer ກັບ ທ່ານຮອງນາຍົກລັດຖະມົນຕີຈີນ ຫຼຽງເຄືອ ເຊິ່ງຄາດວ່າ ຈະດໍາເນີນໃນລະຫວ່າງວັນທີ 14 – 15 ກຸມພາ. 
ບັນດາການເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ພວມດໍາເນີນໄປດ້ວຍດີ - ảnh 1ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນ ອາເມລິກາ (ພາບປະກອບ: THX/TTXVN)

ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນ ອາເມລິກາ ໃນວັນທີ 13 ກຸມພາ ໃຫ້ຮູ້ວ່່າ ບັນດາການເຈລະຈາດ້ານການຄ້າ ກັບ ຈີນ ພວມດໍາເນີນໄປດ້ວຍດີ, ໃນສະພາບທີ່ສອງປະເທດພວມຊອກຫາວິທີບັນລຸໄດ້ຂໍ້ຕົກລົງ ເພື່ອແນໃສ່ຢຸດຕິການຖົກຖຽງກັນ ທີ່ພາໄປເຖິງເລື່ອງສອງຝ່າຍໂຕ້ຕອບກັນດ້ວຍວິທີຈັດວາງອັດຕາພາສີສູງ. ການເຈລະຈາໃນປັດຈຸບັນ ເລີ່ມດໍາເນີນແຕ່ວັນທີ 12 ກຸມພາ ດ້ວຍບັນດາການປຶກສາຫາລືຂັ້ນຮອງລັດຖະມົນຕີ ກ່ຽວກັບບັນດາເນື້ອໃນລະອຽດທີ່ມີລັກສະນະເຕັກນິກ,ໃນນັ້ນ ລວມມີກົນໄກເພື່ອປະຕິບັດຂໍ້ຕົກລົງ ເຊິ່ງສອງຝ່າຍ ອາດຈະບັນລຸໄດ້. ກ່າວຄໍາເຫັນຕໍ່ວົງການສື່ມວນຊົນ ຢູ່ ປັກກິ່ງ, ທ່ານ Mnuchin ສະແດງຄວາມຫວັງວ່າ ການເຈລະຈາຄັ້ງຈະມາເຖິງນີ້ ຈະແມ່ນການພົບປະທີ່ມີປະໂຫຍດ, ແຕ່ບໍ່ເຜີຍໃຫ້ຮູ້ລາຍລະອຽດເພີ່ມເຕີ່ມ. ທ່ານ Mnuchin ຢາກເຕື້ອງເຖິງການເຈລະຈາລະຫວ່າງທ່ານ ແລະ ຜູ້ຕາງໜ້າດ້ານການຄ້າ ອາເມລິກາ Robert Lighthizer ກັບ ທ່ານຮອງນາຍົກລັດຖະມົນຕີຈີນ ຫຼຽງເຄືອ ເຊິ່ງຄາດວ່າ ຈະດໍາເນີນໃນລະຫວ່າງວັນທີ 14 – 15 ກຸມພາ. 

ຕອບກັບ

ຂ່າວ/ບົດ​ອື່ນ