ບັນດາຄະນະກຳມະການຢູ່ AIPA-43 ຮັບຮອງເອົາມະຕິສຳຄັນຫຼາຍສະບັບ

(VOVWORLD) -ກຳມາທິການເມືອງໄດ້ຮັບຮອງເອົາມະຕິຊຸກຍູ້ສັນຕິພາບ, ຄວາມສາມັກຄີ ແລະ ລັດທິຫຼາຍຝ່າຍ ຜ່ານບົດບາດໃຈກາງຂອງ ອາຊຽນ
ບັນດາຄະນະກຳມະການຢູ່ AIPA-43 ຮັບຮອງເອົາມະຕິສຳຄັນຫຼາຍສະບັບ - ảnh 1(ຄະນະຜູ້ແທນ ຫວຽດນາມ ທີ່ກອງປະຊຸມ)

        ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 43 (AIPA-43), ຢູ່ ພະນົມເປັນ, ປະເທດ ກຳປູ້ເຈຍ, ວັນທີ 22 ພະຈິກ, ໄດ້ຈັດວາລະປະຊຸມຂອງກຳມາທິການດ້ານການເມືອງ, ເສດຖະກິດ, ສັງຄົມ. ບັນດາກຳມາທິການໄດ້ພິຈາລະນາ ແລະ ຮັບຮອງເອົາມະຕິສຳຄັນຫຼາຍສະບັບ.

        ກຳມາທິການເມືອງໄດ້ຮັບຮອງເອົາມະຕິຊຸກຍູ້ສັນຕິພາບ, ຄວາມສາມັກຄີ ແລະ ລັດທິຫຼາຍຝ່າຍ ຜ່ານບົດບາດໃຈກາງຂອງ ອາຊຽນ (ຮັບຮອງເອົາມະຕິເພີ່ມທະວີການທູດລັດຖະສະພາກ່ຽວກັບຄວາມໝັ້ນຄົງທາງທະເລ ເພື່ອເພີ່ມທະວີສະຖຽນລະພາບຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໂດຍ ອິນໂດເນເຊຍ ສະເໜີ). ຫວຽດນາມ ສະເໜີເພີ່ມເຕີ່ມ ເພື່ອໃຫ້ມະຕິເຕື້ອງເຖິງທັງບັນຫາຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່, ໂດຍສະເພາະແມ່ນຢູ່ທະເລຕາເວັນອອກ; ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນ; ສະເໜີເນື້ອໃນເພີ່ມຕື່ມກ່ຽວກັບການຮັບປະກັນຄວາມສະຫລັບສຳລັບມະນຸດ, ການປະພຶດມະນຸດສະທຳຢູ່ທະເລ, ໂດຍສະເພາະແມ່ນກຸ່ມມີຄວາມສ່ຽງສູງ.

        ໃນບັນດາວິວັດການປຶກສາຫາລື, ຄະນະຜູ້ແທນ ຫວຽດນາມ ໄດ້ປະກອບຫຼາຍຄຳເຫັນ ເຊິ່ງໄດ້ຮັບການສະໜັບສະໜູນ ແລະ ເຫັນດີເຫັນພ້ອມຈາກບັນດາຄະນະຜູ້ແທນຂອງປະເທດເພື່ອນມິດ.

ຕອບກັບ

ຂ່າວ/ບົດ​ອື່ນ