ບັນດາຈຸດພົ້ນເດັ່ນໃນວັນກາບກອນ ຫວຽດນາມ 2018

(VOVWORLD) -  ນອກຈາກນັ້ນ, ຍັງມີການເຂົ້າຮ່ວມຂອງ 60 ກ່ວາສະໂມສອນຍັກກະວີໃນທົ່ວປະເທດດ້ວຍບັນດາກິດຈະກຳການອ່ານ, ການແນະນຳບົດກາບກອນ.
ບັນດາຈຸດພົ້ນເດັ່ນໃນວັນກາບກອນ ຫວຽດນາມ  2018 - ảnh 1 ພິທີໄຂວັນກາບກອນ ຫວຽດນາມ

 

ແຕ່ຕອນເຊົ້າວັນທີ 1 ມີນາ (ກົງກັບວັນທີ 14 ເດືອນຈຽງ), ການເຄື່ອນໄຫວເສັງ, ອ່ານບົດກາບກອນ, ສະແດງສິລະປະຂອງສະໂມສອນກາບກອນໃນຂອບເຂດການເຄື່ອນໄຫວວັນກາບກອນ ຫວຽດນາມ ຄັ້ງທີ 17 ໄດ້ຈັດຕັ້ງຢູ່ ວັດມ໋ຽວ - ກວກຕື໋ຢ໋າມ (ຮ່າໂນ້ຍ). ແລະ ກົງກັບວັນເພັງເດືອນຈຽງ (2 ມີນາ), ພິທີງານໄຂວັນກາບກອນ ຫວຽດນາມ ຄັ້ງທີ 17 ໄດ້ໄຂຂຶ້ນຢ່າງເປັນທາງການ.

        ປີນີ້ແມ່ນປີທຳອິດ ທີ່ສະມາຄົມນັກປະພັນ ຮ່າໂນ້ຍ ແລະ ສະມາຄົມນັກປະພັນ ຫວຽດນາມ ສົມທົບກັນຈັດຕັ້ງ 2 ເຫດການຄື: ກາບກອນມູນເຊື້ອ ແລະ ກາບກອນສຳລັບໄວໜຸ່ມ. ໂດຍມີບັນດານັກກະວີດີເດັ່ນມາຈາກສະມາຄົມນັກກະວີ ຍີ່ປຸ່ນ ຈະພົບປະແລກປ່ຽນ, ກັບຜູ້ນິຍົມກາບກອນ ຫວຽດນາມ ຢູ່ທີ່ 2 ເຫດການນີ້. ນອກຈາກນັ້ນ, ຍັງມີການເຂົ້າຮ່ວມຂອງ 60 ກ່ວາສະໂມສອນຍັກກະວີໃນທົ່ວປະເທດດ້ວຍບັນດາກິດຈະກຳການອ່ານ, ການແນະນຳບົດກາບກອນ.

ຕອບກັບ

ຂ່າວ/ບົດ​ອື່ນ