ບັນດາຍານພາຫະນະ, ເຮືອ, ກຳປັ່ນໄດ້ຮັບຂ່າວກ່ຽວກັບການຜັນແປຂອງພາຍຸ Mujegae


ບັນດາຍານພາຫະນະ, ເຮືອ, ກຳປັ່ນໄດ້ຮັບຂ່າວກ່ຽວກັບການຜັນແປຂອງພາຍຸ Mujegae - ảnh 1
ທິດ​ເຄື່ອນ​ຂອງ​ພາ​ຍຸ Mujegae

(vovworld)-  ຕອນ​ເຊົ້າ​ວັນ​ທີ 3/10 ຢູ່​ຮ່າ​ໂນ້ຍ, ຫ້ອງ​ການ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຕ້ານ​ໄພ​ທຳ​ມະ​ຊາດ ໄດ້​ໂຮມ​ປະ​ຊຸມປຶກ​ສາຫາ​ລື​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ພາ​ຍຸ Mujegae . ຢູ່​ທີ່ນີ້, ຄະ​ນະ​ຊີ້​ນຳ​ໄດ້​ເນັ້ນ​ໜັກ​ເຖິງວຽກ​ງານ​ຈຸດ​ສຸມ​ໃນ​ປະ​ຈຸ​ບັນ ແມ່ນ​ສຸມ​ໃສ່​ຮຽກ​ຮ້ອງ​ໃຫ້​ເຮືອ, ກຳ​ປັ່ນ​ຈົ່ງຍົກ​ຍ້າຍ​ອອກ​ຈາກ​ເຂດ​ທີ່​ອັນ​ຕະ​ລາຍ. ໄລ່​ຮອດ​ເວ​ລາ 6 ໂມງ​ເຊົ້າ​ວັນ​ທີ 3/10, ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ​ບັນ​ດາ​ແຂວງ, ນະ​ຄອນ​ແຄມ​ທະ​ເລ​ຈາກ ກວາງ​ນິງ​ລົງຮອດ ແຄ້ງ​ຮ່​ວາ ໄດ້​ສົມ​ທົບ​ກັບ​ທ້ອງ​ຖິ່ນ, ບັນ​ດາ​ຄອບ​ຄົວ​ເຈົ້າ​ຂອງ​ເຮືອ, ກັບ​ຕັນ ເພື່ອ​ຊີ້​ນຳ​ບັນ​ດາ​ຍານ​ພາ​ຫະ​ນະ, ເຮືອ​, ກຳ​ປັ່ນ, ຮາກ​ຖານ​ລ້ຽງ​ປູກ​ສິນ​ໃນ​ນ້ຳ ຮັບ​ຊາບ​ກ່ຽວ​ກັບ​ສະ​ພາບ​ພາ​ຍຸ​ເພື່ອ​ເປັນ​ເຈົ້າ​ການຫຼົບຫຼີກ. ທ່ານ​ເຈີນກວາງ​ຮ​່​ວາຍ ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ຊົນ​ລະ​ປະ​ທານ, ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດຫວຽດ​ນາມກ່າວ​ວ່າ :

  “  ຫ້ອງ​ການ​ປະ​ຈຳ​ວຽກ​ງານ​ໄດ້​ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ທ້ອງ​ຖິ່ນ​ເພີ່ມ​ທະ​ວີ​ການ​ແຈ້ງ​ຂ່າວ​ເຖິງ​ປະ​ຊາ​ຊົນ. ສະ​ເໜີ​ບັນ​ດາ​ທ້ອງ​ຖິ່ນ​ໃນ​ເຂດ​ຮັບ​ຜົນ​ສະ​ທ້ອນ ໄດ້​ຮັບ​ຂໍ້​ມູນ​ຂ່າວ​ສານ, ຕິດ​ຕາມກວດ​ກາ​ບັນ​ດາ​ຍານ​ພາ​ຫະ​ນະ​ເຄື່ອນ​ໄຫວ​ບົນ​ທະ​ເລ, ກຽມ​ພ້ອມ​ບັນ​ດາ​ພາ​ຫະ​ນະ​ກູ້​ໄພ​ກູ້​ຊີບ​ເມື່ອ​ສະ​ພາບ​ທີ່ບໍ່​ດີ​ເກີດ​ຂຶ້ນ. ບັນ​ດາ​ເຂດ​ລ້ຽງ​ປູກ​ສິນ​ໃນ​ນ້ຳ​ຢູ່​ແຄມ​ທະ​ເລ​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ຢູ່​ດິນ​ຕໍ່​ແຜ່ນ, ຕິດ​ຕາມ​ການ​ຜັນ​ແປ​ຂອງ​ພາ​ຍຸ​ນ້ຳ​ຖ້ວມ, ກະ​ກຽມ​ວິ​ທີ​ການ​ແກ້​ໄຂ​ຢ່າງ​ທັນ​ການ”

ຂ່າວ/ບົດ​ອື່ນ