ບັນດາທິດທາງທີ່ຈະແຈ້ງ ຈາກສານສະຫະພັນຂອງທ່ານປະທານາທິບໍດີ ລັດເຊຍ V.Putin

(VOVWORLD) - ວັນທີ 20 ກຸມພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ກ່າວສານສະຫະພັນ ຄັ້ງທີ 15 ເນື່ອງໃນໂອກາດຈະສິ້ນສຸດປີທໍາອິດ ຂອງ ອາຍຸການ ທີ 4 ຂອງທ່ານ.

 ຂຶ້ນຕົ້ນສານສະຫະພັນ 2019, ທ່ານປະທານາທິບໍດີ V.Putin ກໍໄດ້ຢືນຢັນເນື້ອໃນຫຼັກ ແມ່ນ ບັນດາບັນຫາພາຍໃນຂອງປະເທດ. ຈຸດປະສົງ ແມ່ນນໍາປະເທດລັດເຊຍ ບືນຕົວຂຶ້ນ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນ ແລະ ແກ້ໄຂບັນຫາຊີວິດສັງຄົມຂອງພົນລະເມືອງ.

        ກ່ຽວກັບດ້ານເສດຖະກິດ, ການນໍາລັດເຊຍ ໄດ້ວາງເປົ້າໝາຍບັນລຸລະດັບເຕີບໂຕເສດຖະກິດໃນປິ 2021 ແມ່ນ 3%; ວິທະຍາສາດ ແລະ ເຕັກໂນໂລຢີ ກໍແມ່ນຂົງເຂດກະກຽມບຸກທະລຸ; ຂົງເຂດລົງທຶນໃນປີ 2020 ຈະບັນລຸລະດັບ 6 – 7%. ຮອດປີ 2025, ລັດເຊຍ ຕ້ອງຖືກຈັດເຂົ້າບັນຊີລາຍຊື່ບັນດາປະເທດແຖວໜ້າໃນໂລກ ກ່ຽວກັບເຕັກໂນໂລຢີ ແຊນ ແລະ ຂໍ້ມູນຂ່າວສານ.

        ກ່ຽວກັບການພົວພັນຕ່າງປະເທດ, ທ່ານ V.Putin ເອົາໃຈໃສ່ເປັນພິເສດເຖິງການພົວພັນລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງທີ່ສະໜິດຕິດພັນທີ່ສຸດ ແມ່ນ ເບລາຣຸດ ແລະ ຢູແກຼນ. ພ້ອມທັງ, ຢັ້ງຢືນວ່າ ລັດເຊຍ ຈະສືບຕໍ່ປະຕິບັດນະໂຍບາຍທີ່ເປີກອົກເປີດໃຈ, ຮັບປະກັນອໍານາດອະທິປະໄຕ ແລະ ເອກະລາດແຫ່ງຊາດ. ການພົວພັນກັບ ຈີນ, ອິນເດຍ, ຍີ່ປຸ່ນ ກໍແມ່ນກໍານົດທິດທີ່ສໍາຄັນ.

        ນອກຈາກນັ້ນ, ທ່ານ V.Putin ກໍໄດ້ເວົ້າເຖິງສິ່ງທ້າທາຍໃຫຍ່ທີ່ສຸດໃນປັດຈຸບັນສໍາລັບ ລັດເຊຍ, ນັ້ນແມ່ນການພົວພັນກັບ ອາເມລິກາ ແລະ ການຮັບປະກັນກໍາລັງຄວາມສາມາດໃນການປ້ອງກັນຊາດ ໃນສະພາບການ ທີ່ສົນທິສັນຍາກ່ຽວກັບກໍາລັງ ນິວເຄຼຍໄລຍະກາງ (INF) ຖືກຢຸດຕິການເຄື່ອນໄຫວຢ່າງແທ້ຈິງ ແລະ ຕອນທ້າຍຂອງສານສະຫະພັນປີນີ້ ທ່ານ V.Putinໄດ້ໃຫ້ຮູ້ບັນດາຂໍ້ມູນຂ່າວຫຼ້າສຸດ ກ່ຽວກັບອາວຸດທັນສະໄໝປະເພດຕ່າງໆຂອງລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ