ບັນ​ດາ​ທ້ອງ​ຖິ່ນ ໃນ​ທົ່ວ​ປະ​ເທດ ຕ້ອນ​ຮັບ​ປີ​ໃໝ່​ສາ​ກົນ ຢ່າງ​ຄຶກ​ຄື້ນມ​່ວນ​ຊື່ນ

(VOVWORLD) - ຢູ່ນະຄອນຮ່າໂນ້ຍ, ມີປະຊາຊົນເປັນຈຳນວນຫຼວງຫຼາຍໄດ້ມາສະໜາມຫຼວງ ດົ່ງກິງເຫງ້ຍທຸກ ເມືອງ ຮ່ວານກຽມ ຮັບຊົມລາຍການ ຕ້ອນຮັບປີໃໝ່ 2024 ທ່າມກາງລາຍການດົນຕີທີ່ຟົດຟື້ນມ່ວນຊື່ນ.



ຕອນຄ່ຳວັນທີ 31 ທັນວາ, ຢູ່ກາວບັ່ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຊົມພື້ນທີ່ວັດທະນະທຳ ບັນດາເຜົ່າສ່ວນໜ້ອຍ ແຂວງ ກາວບັ່ງ, ເຂົ້າຮ່ວມລາຍການສະແດງສິລະປະ ທິວທັດທຳມະຊາດ ກາວບັ່ງ ຕ້ອນຮັບປີໃໝ່ 2024, ຮັບຊົມລາຍການຍິງ ບັ້ງໄຟດອກ ລະດັບຕ່ຳ ຕ້ອນຮັບປີໃໝ່ 2024 ພ້ອມກັບພໍ່ແມ່ປະຊາຊົນບັນດາຢູ່ເຜົ່າແຂວງ ກາວບັ່ງ. ທ່ານນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມລາຍການຕ້ອນຮັບປີໃໝ່ຢູ່ຖະໜົນຄົນຍ່າງ ກິມດົ່ງ, ນະຄອນ ກາວບັ່ງ ດ້ວຍບັນດາລາຍການສະແດງສິລະປະທີ່ພົ້ນເດັ່ນ.

ຢູ່ນະຄອນຮ່າໂນ້ຍ, ມີປະຊາຊົນເປັນຈຳນວນຫຼວງຫຼາຍໄດ້ມາສະໜາມຫຼວງ ດົ່ງກິງເຫງ້ຍທຸກ ເມືອງ ຮ່ວານກຽມ ຮັບຊົມລາຍການ ຕ້ອນຮັບປີໃໝ່ 2024 ທ່າມກາງລາຍການດົນຕີທີ່ຟົດຟື້ນມ່ວນຊື່ນ.

ສ່ວນຢູ່ສະໜາມຫຼວງ 16 ເມສາ, ນະຄອນຟານຣາງ - ທາບຈ່າມ, ຕອນຄ່ຳວັນທີ 31 ທັນວາ, ຄະນະກຳມະການປະຊາຊົນແຂວງ ນິງທ້ວນ ໄດ້ຈັດລາຍການ “ນິງທ້ວນຕ້ອນຮັບປີໃໝ່ 2024” ເພື່ອແນໃສ່ສ້າງບັນຍາກາດເບີກບານມ່ວນຊືນ ຕ້ອນຮັບປີໃໝ່ຕິດພັນກັບການໂຄສະນາ, ແນະນຳພາບພົດບ້ານເກີດເມືອງນອນ, ປະຊາຊົນ ແລະ ການທ່ອງທ່ຽວ ແຂວງ ນິງທ້ວນ ໄປຍັງປະຊາຊົນ, ແຂກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ