ບັນດາ​ທ້ອງ​ຖິ່ນ​ກຽມພ້ອມຕ້ອນຮັບ​ນັກຮຽນກັບ​ຄືນ​ໄປ​ໂຮງຮຽນ​ເປັນ​ປົກກະຕິ​ນັບ​ແຕ່​ວັນ​ທີ 04 ພຶດສະພາ

(VOVWORLD) -  ຕອນເຊົ້າວັນທີ 04 ພຶດສະພາ, ນັກຮຽນຂັ້ນປະຖົມ, ມັດທະຍົມຕອນຕ້ົນ, ມັດທະຍົມຕອນປາຍ ແລະ ມະຫາວິທະຍາໄລ ຢູ່ທ້ອງຖິ່ນສ່ວນຫຼາຍໃນທົ່ວປະເທດຫວຽດນາມ ໄດ້ກັບຄືນມາໂຮງຮຽນ ພາຍຫຼັງພັກຮຽນຊົ່ວຄາວ ຍ້ອນໂລກລະບາດໂຄວິດ - 19.
ບັນດາ​ທ້ອງ​ຖິ່ນ​ກຽມພ້ອມຕ້ອນຮັບ​ນັກຮຽນກັບ​ຄືນ​ໄປ​ໂຮງຮຽນ​ເປັນ​ປົກກະຕິ​ນັບ​ແຕ່​ວັນ​ທີ 04 ພຶດສະພາ - ảnh 1 (ພາບປະກອບ: TTXVN)

        ເພື່ອຮັບປະກັນຄວາມປອດໄພກ່ຽວກັບສຸຂະພາບໃຫ້ແກ່ນັກຮຽນ, ໂຮງຮຽນແຫ່ງຕ່າງໆ ລ້ວນແຕ່ສີດຢາຂ້າເຊື້ອ, ອະນາໄມທໍາຄວາມສະອາດ, ກະກຽມບັນດາເງື່ອນໄຂຈໍາເປັນເພື່ອຮັບນັກຮຽນມາໂຮງຮຽນ. ພ້ອມກັນນັ້ນ, ໂຮງຮຽນຫຼາຍແຫ່ງ ຍັງເປັນເຈົ້າການຊື້ອຸປະກອນຕ່າງໆເພື່ອປ້ອງກັນ ແລະ  ສະກັດກັ້ນໂລກລະບາດ ເປັນຕົ້ນແມ່ນ ນໍ້າຢາລ້າງມື, ເຄື່ອງວັດແທກອຸນຫະພູມ ເພື່ອກວດສຸຂະພາບປະຈໍາວັນໃຫ້ແກ່ຄູ ແລະ ນັກຮຽນ, ນັກສຶກສາ. ນອກຈາກນັ້ນ, ເຂົາເຈົ້າກໍມີແຜນການປະຕິບັດການແຍກຫ່າງໃນໂຮງຮຽນໃນອາທິດທໍາອິດ. ທ່ານນາງ ເຈິ່ນເລະແຄັງ, ອໍານວຍການໂຮງຮຽນມັດທະຍົມຕອນຕົ້ນ ຫຼິງນາມ, ເມືອງຮວ່າງມາຍ, ຮ່າໂນ້ຍ ໃຫ້ຮູ້ວ່າ:

        “ທາງໂຮງຮຽນໄດ້ກະກຽມຜ້າອັດປາກສໍາຮອງ 1500 ອັນ ໃຫ້ແກ່ນັກຮຽນ. ຫ້ອງຮຽນແຕ່ລະຫ້ອງລ້ວນແຕ່ໄດ້ກະກຽມນໍ້າຢາລ້າງມື ແລະ ມີການແນະນໍາລະອຽດໃຫ້ແກ່ນ້ອງໆນັກຮຽນ.”


 

ຕອບກັບ

ຂ່າວ/ບົດ​ອື່ນ