ບັນດາທ້ອງຖິ່ນປະຕິບັດບັນດາມາດຕະການປ້ອງກັນ, ຕ້້ານໂລກລະບາດໂຄວິດ-19 ຢ່າງຂ້ຽວຂາດ

(VOVWORLD) -ເມືອງ ອຽນລາກ ເປັນເວລາ 15 ວັນ, ນັບແຕ່ເວລາ 0 ໂມງຂອງວັນທີ 09 ພຶດສະພາ ຫາເວລາ 0 ໂມງຂອງວັນທີ 24 ພຶດສະພາ. ຮຽກຮ້ອງໃຫ້ປະຊາຊົນທຸກຄົນຕ້ອງຢູ່ໃນເຮືອນ, ພຽງແຕ່ອອກນອກຖ້າມີຄວາມຈຳເປັນຢ່າງແທ້ຈິງ.
ບັນດາທ້ອງຖິ່ນປະຕິບັດບັນດາມາດຕະການປ້ອງກັນ, ຕ້້ານໂລກລະບາດໂຄວິດ-19 ຢ່າງຂ້ຽວຂາດ - ảnh 1(ພາບປະກອບ: TTXVN)

ວັນທີ 09 ພຶດສະພາ, ຄະນະກຳມະການປະຊາຊົນເມືອງ  ອຽນລາກ (ແຂວງ ວິ້ງຟຸກ) ໄດ້ອອກຂໍ້ຕົກລົງແຍກຫ່າງສັງຄົນໃນທົ່ວບໍລິເວນເທດສະບານເມືອງ ອຽນລາກ, ເມືອງ ອຽນລາກ ເປັນເວລາ 15 ວັນ, ນັບແຕ່ເວລາ 0 ໂມງຂອງວັນທີ 09 ພຶດສະພາ ຫາເວລາ 0 ໂມງຂອງວັນທີ 24 ພຶດສະພາ. ຮຽກຮ້ອງໃຫ້ປະຊາຊົນທຸກຄົນຕ້ອງຢູ່ໃນເຮືອນ, ພຽງແຕ່ອອກນອກຖ້າມີຄວາມຈຳເປັນຢ່າງແທ້ຈິງ.

ຕອນເຊົ້າວັນທີ 09 ພຶດສະພາ, ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແຂວງ ກວາງນາມ ໄດ້ເປັນເອກະພາບສ້າງປ້ອມກວດກາການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ບັນດາເສັ້ນທາງຈຸດສຸມລວມ7ແຫ່ງ. ບັນດາປ້ອມກວດກາດັ່ງກ່າວ ມີໜ້າທີ່ກວດກາດ້ານການແພດ, ແກ້ໄຂ ແລະ ສະເໜີປັບໄໝບັນດາກໍລະນີບໍ່ປະຕິບັດຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ.

ຢູ່ ຮ່ານາມ, ທາງແຂວງໄດ້ຊີ້ນຳການປະຕິບັດບັນດາຂໍ້ກຳນົດ ກ່ຽວກັບການແຍກຕົວລວມໝູ່ ແລະ ຄຸ້ມຄອງພາຍຫຼັງໝົດເວລາແຍກຕົວລວມໝູ່ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ. ບັນດາຫົວໜ່ວຍໄດ້ຮັບໜ້າທີ່ຄຸ້ມຄອງ, ບໍລິຫານຢູ່ບັນດາເຂດແຍກຕົວລວມໝູ່ ກວດກາຄືນຮາກຖານດ້ານວັດຖຸເຂດແຍກຕົວ, ຮັບປະກັນການຕິດຕາມຜູ້ແຍກຕົວຢ່າງເຂັ້ມງວດ.

ຕໍ່ໜ້າສະພາບການສັບສົນຂອງໂລກລະບາດໂຄວິດ-19 ໃນຊຸມຊົນ ແລະ ມີ 2 ກໍລະນີຕິດເຊື້ອພະຍາດໂຄວິດ-19 ຢູ່ບໍລິເວນເມືອງ ຟອງດ່ຽນ. ວັນທີ 09 ພຶດສະພາ, ຄະນະກຳມະການປະຊາົນແຂວງ ເທື່ອທຽນ-ເຫ້ວ ໄດ້ຕົກລົງແຍກຫ່າງສັງຄົນຕາແສງ ຟອງດ່ຽນ, ເມືອງ ຟອງດ່ຽນ ໂດຍຊົ່ວຄາວ ຮອດເວລາມີແຈ້ງການໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ