ບັນດາທ້ອງຖິ່ນລະວັງຕໍ່ສະພາບການນ້ຳຖ້ວມ, ດິນເຊາະເຈື່ອນ

(VOVWORLD) - ກໍ່ໃນວັນທີ 5 ພະຈິກ, ສູນກາງສະພາກາແດງ ຫວຽດນາມ ໄດ້ຕັດສິນກູ້ຊ່ວຍຮີບດ່ວນໃນເບື້ອງຕົ້ນດ້ວຍເງິນ ແລະ ສິນຄ້າທີ່ມີມຸນຄ່າເກືອບ 1,1 ຕື້ດົ່ງ
ບັນດາທ້ອງຖິ່ນລະວັງຕໍ່ສະພາບການນ້ຳຖ້ວມ, ດິນເຊາະເຈື່ອນ - ảnh 1 ພາບປະກອບ

ມາຮອດປະຈຸບັນ, ພາຍຸ Damrey ໄດ້ພັດເຂົ້າບັນດາແຂວງທິດໃຕ້ພາກກາງ ແລະ ໄຕງວຽນ ເຮັດໃຫ້ 29 ຄົນເສຍຊີວິດ, 29 ຄົນຫາຍສາບສູນ, ເຮືອນຊານຂອງປະຊາຊົນນັບໝື່ນໆຫຼັງເພພັງ. ທີ່ກອງປະຊຸມດ່ວນຈັດຕັ້ງໃນວັນທີ 5 ພະຈິກ, ຢູ່ຮ່າໂນ້ຍຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພພິບັດທຳມະຊາດ, ທ່ານ ຫງວຽນຊວນເກື່ອງ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຊີ້ແຈ້ງວ່າ ການຜັນແປຂອງສະພາບຝົນຕົກນ້ຳຖ້ວມ ຢູ່ບັນດາແຂວງພາກກາງ, ທິດໃຕ້ພາກກາງ, ໄຕງວຽນ ຍັງໄດ້ຜັນແປຢ່າງສັບສົນທີ່ສຸດ, ດັ່ງນັ້ນ, ຕ້ອງເປັນເຈົ້າການ ແລະ ຂ້ຽວຂາດ, ຕັ້ງໃຈໃນການຮັບມື:

        “ບັນຫາທີ່ໄດ້ວາງອອກໃນປະຈຸບັນ ແມ່ນວຽກງານຄຸ້ມຄອງການຕິດຕາມກວດກາ, ບໍລິຫານການເຄື່ອນໄຫວຂອງບັນດາອ່າງເກັບນ້ຳ. ຄະນະຊີ້ນຳປ້ອງກັນ, ຕ້ານໄພພິບັດທຳມະຊາດຢູ່ບັນດາທ້ອງຖິ່ນຕ້ອງຕັ້ງໜ້າກ່ວາ, ລະອຽດກ່ວາ. ສູນອຸຕຸນິຍົມອຸທົກກະສາດສູນກາງ ອັບເດັດບັນດາຕົວເລກຢ່າງຕໍ່ເນື່ອງ, ຍົກອອກບັນດາການຄາດຄະເນໃກ້ຊິດກັບສະພາບຕົວຈິງ, ເຖິງວ່າຈະຍາກຫຼາຍແຕ່ຕ້ອງພະຍາຍາມເຮັດ. ນີ້ແມ່ນພື້ນຖານໃຫ້ແກ່ການເປັນເສນາທິການອອກຄຳຕັດສິນຊີ້ນຳ, ເປັນເຈົ້າການຮັບມືຂອງທົ່ວລະບົບການເມືອງ ແລະ ເພື່ອໃຫ້ປະຊາຊົນກຳແໜ້ນຂໍ້ມູນຂ່າວສານ.

        ກໍ່ໃນວັນທີ 5 ພະຈິກ, ສູນກາງສະພາກາແດງ ຫວຽດນາມ ໄດ້ຕັດສິນກູ້ຊ່ວຍຮີບດ່ວນໃນເບື້ອງຕົ້ນດ້ວຍເງິນ ແລະ ສິນຄ້າທີ່ມີມຸນຄ່າເກືອບ 1,1 ຕື້ດົ່ງ, ເພື່ອແນໃສ່ຊ່ວຍໃຫ້ພໍ່ແມ່ປະຊາຊົນບັນດາທ້ອງຖິ່ນຖືກຜົນສະທ້ອນຢ່າງໜັກໜ່ວງຈາກພາຍຸ Damrey ຢູ່ແຂວງຕ່າງໆຄື: ແຄ໋ງຮ່ວາ, ບີ່ງດິ້ງ, ຟູ໋ອຽນ ແລະ ດັກລັກ.

ຕອບກັບ

ຂ່າວ/ບົດ​ອື່ນ