ບັນດາທ້ອງຖິ່ນສະຫນັບສະຫນູນພະນັກງານ,ນັກຮົບຢູ່ທະເລ,ໝູ່ເກາະ

ບັນດາທ້ອງຖິ່ນສະຫນັບສະຫນູນພະນັກງານ,ນັກຮົບຢູ່ທະເລ,ໝູ່ເກາະ - ảnh 1
ຊາວ​ຫນຸ່ມ​ນະຄອນ ​ເກີນ​ເທີ ​ບໍລິຈາກເງິນສະຫນັບສະຫນູນ
ນັກຮົບພວມປ້ອງກັນທະເລ,ໝູ່ເກາະ
ພາບ:internet


(vovworld)- ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຫາຍ​ຟ່ອງ ​ໄດ້​ປະກາດ​ໃຊ້​ແຜນການ​ສະຫນັບສະຫນູນ​ກອງ​ທຶນ​ເພ່ືອ​ເຈື່ອງ​ຊາ ຮັກ​ແພງ. ​ເຖິງ​ວ່າ ຮອດ​ຕົ້ນ​ເດືອນ 6/2014, ກອງ​ທຶນ​ດັ່ງກ່າວ​ຫາ​ກໍ​ຮັບ​ເງິນ​ບໍລິຈາກ ​ແຕ່​ພຽງ 2,3 ມື້ ແຕ່ຈຳ​ນວນ​ເງິນ​ໄດ້​ຮັບ​ຂຶ້ນ​ເຖິງ​ເກືອບ 700 ລ້ານ​ດົງ​ແລ້ວ. ​ໃນ​ຂະນະ​ນັ້ນ, ​ໂດຍ​ປະ​ຕິ​ບັດ ບັ້ນ​ຂົນ​ຂວາ​ຍ “ສາຍ​ຈິດ​ມິດ​ໃຈ​​ເຂດຊາຍ​ແດນ, ໝູ່​ເກາະ” ​ໂດຍ​ຄະນະ​ຊາວ​ຫນຸ່ມ​ສູນ​ກາງ​ປຸກລະດົມ, ຊາວ​ຫນຸ່ມ​ນະຄອນ ​ເກີນ​ເທີ ​ໄດ້​ບໍລິຈາກ​ຈຳນວນ​ເງິນ​ເກືອບ 195 ລ້ານ​ດົງ.

ກ່ຽວ​ຂ້ອງ​ເຖິງ​ກຳ​ປັ່ນ​ຂອງ​ຊາວ​ປະມົງ​ດາ​ຫນັງ​ຖືກ​ກຳ​ປັ່ນ​ຈີນ ຕຳ​​ຈົມ​ນ້ຳ​​ໃນ​ຂະນະ​ທີ່​ພວມ​ຫາ​ປາ​ຢູ່​ເຂດ​ຫາ​ປາ ຮ່ວາງ​ຊາ ​ເມື່ອ​ວັນ​ທີ 26/5 ຜ່ານ​ມາ, ຕອນ​ເຊົ້າ​ວັນ​ທີ 1/6 ກຳ​ປັ່ນ​ລຳ​ດັ່ງກ່າວ ພວມ​ຢູ່​ໃນ​ບໍ​ລິ​ເວນ​ທ່າ​ກຳ​ປັ່ນ ດາ​ຫນັງ ຫ່າງ​ຈາກ​ຝັ່ງ​ທະ​ເລ 2 ​ໄມ​ທະ​ເລ. ບັນດາ​ອົງການ​ກ່ຽວຂ້ອງ​ພວມ​ປຶກສາ​ຫາລື​ວິ​ທີ​ການ​ເພື່ອ​ຍົກ​ກຳ​ປັ່ນ​ລຳ​ດັ່ງກ່າວ​ຂຶ້ນ ​ແລະ ສົ່ງ​ເຂົ້າ​ຝັ່ງ.

 



ຂ່າວ/ບົດ​ອື່ນ