ບັນດາທ້ອງຖິ່ນເບິ່ງແຍງດູແລໃຫ້ແກ່ຄົນທຸກຍາກໃນຍາມບຸນເຕັດ

(VOVWORLD) - ແລະ ກໍ່ໃນວັນດຽວກັນ, ສະພາກາແດງແຂວງ ຊອກຈັງ ກໍ່ໄດ້ສົມທົບກັບຄະນະກຳມະການປະຊາຊົນເທດສະບານ ຫວີງເຈົາ (ແຂວງ ຊອກຈັງ) ຈັດງານຕະຫຼາດນັດ “0 ດົ່ງ” ດ້ວຍຫົວຂໍ້ “ບຸນເຕັດແຫ່ງຄວາມເມດຕາ - ແຜ່ກະຈາຍຄວາມຮັກແພງ” ປີ 2024.

ວັນທີ 14 ມັງກອນ, ງານຕະຫຼາດນັດບຸນເຕັດ “0 ດົ່ງ” ຂອງສະພາກາແດງໄດ້ຖືກດຳເນີນຢູ່ເຂດພູສູງ ລາວກາຍ. ງານຕະຫຼາດນັດແມ່ນຂອງຂວັນມີຄວາມໝາຍສຳລັບພໍ່ແມ່ປະຊາຊົນເຂດປະສົບກັບຄວາມຫຍຸ້ງຍາກເມື່ອບຸນເຕັດ, ລະດູບານໃໝ່ວຽນມາ. ປ້າ ນົງທິຮວນ, ຊາວເຜົ່າໄຕ່ ຢູ່ຕາແສງ ເຮີບແທັ່ງ, ນະຄອນລາວກາຍ, ແບ່ງປັນວ່າ:

        “ຄອບຄົວຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກ, ມື້ນີ້ ໄດ້ຮັບຂອງຂວັນຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ເປັນກຽດທີ່ສຸດ. ຂໍສະແດງຄວາມຂອບໃຈຕໍ່ສະພາກາແດງຂອງແຂວງ, ຂອງນະຄອນ ແລະ ບັນດາວິສາຫະກິດທີ່ຍາມໃດກໍ່ເອົາໃຈໃສ່ເຖິງພໍ່ແມ່ປະຊາຊົນຢູ່ຕາແສງ ເຮີບແທັ່ງ ຂອງພວກຂ້າພະເຈົ້າ”.

        ແລະ ກໍ່ໃນວັນດຽວກັນ, ສະພາກາແດງແຂວງ ຊອກຈັງ ກໍ່ໄດ້ສົມທົບກັບຄະນະກຳມະການປະຊາຊົນເທດສະບານ ຫວີງເຈົາ (ແຂວງ ຊອກຈັງ) ຈັດງານຕະຫຼາດນັດ “0 ດົ່ງ” ດ້ວຍຫົວຂໍ້ “ບຸນເຕັດແຫ່ງຄວາມເມດຕາ - ແຜ່ກະຈາຍຄວາມຮັກແພງ” ປີ 2024. ທີ່ງານຕະຫຼາດນັດ, ຂອງຂວັນ 600 ພູດໄດ້ມອບໃຫ້ບັນດາຄອບຄົວທຸກຍາກ, ຜູ້ເຖົ້າຢູ່ປ່ຽວ, ເດັກນ້ອຍຊາວເຜົ່າສ່ວນໜ້ອຍໃນບໍລິເວນ, ດ້ວຍມູນຄ່າກ່ວາ 200 ລ້ານດົ່ງ (ເກືອບ 8.200 ໂດລາສະຫະລັດ) ຈາກການຂົນຂວາຍຂອງບັນດາຜູ້ໃຈບຸນໃຈກຸສົນຢູ່ພາຍໃນ ແລະ ຕ່າງແຂວງ.

        ແລະກໍ່ໃນວັນທີ 14 ມັງກອນ, ຢູ່ຕາແສງ ເຫງັຍຈູງ, ເມືອງ ຕືເຫງັຍ, ແຂວງ ກ໋ວາງຫງາຍ, ສະພາກາແດງແຂວງ ກ໋ວາງຫງາຍ ກໍ່ໄດ້ສົມທົບກັບສະໂມສອນ ກອັບ ກ໋ວາງຫງາຍ ຢູ່ນະຄອນ ໂຮ່ຈີມິນ, ໜັງສືພິມ ກ໋ວາງຫງາຍ ຈັດພິທີປຸກລະດົມຂະບວນການ “ບຸນເຕັດແຫ່ງຄວາມເມດຕາ” ລະດູບານໃໝ່ປີມະໂລງ 2024. ທີ່ພິທີ, ສະພາກາແດງ ແຂວງໄດ້ຮັບການໜູນຊ່ວຍຈາກບັນດານັກອຸປະຖຳດ້ວຍຍອດມູນຄ່າກ່ວາ 700 ລ້ານດົ່ງ (ກ່ວາ 28.500 ໂດລາສະຫະລັດ).

        ໃນຂະນະນັ້ນ, ແຕ່ເວລາ 0 ໂມງ ຮອດ 24 ໂມງວັນທີ 7 ກຸມພາ 2024, ສະມາຊິກກຳມະບານ, ຜູ້ອອກແຮງງານ ຈະສາມາດເຂົ້າຮ່ວມການຊື້ສິນຄ້າ, ຜະລິດຕະພັນເຄື່ອງໃຊ້ສອຍໃນໂອກາດບຸນປີໃໝ່ປະຈຳຊາດທີ່ລາຍການ “ຕະຫຼາດບຸນເຕັດກຳມະບານ 2024” ເຊິ່ງໄດ້ຈັດໃນຕະຫຼາດການຄ້າເອເລັກໂຕນິກ Shopee, Tiki…

ຕອບກັບ

ຂ່າວ/ບົດ​ອື່ນ