ບັນດາທ້ອງຖິ່ນເລີ່ມສືບຕໍ່ການເຄື່ອນໄຫວດ້ານທ່ອງທ່ຽວ, ການບໍລິການຄືນໃໝ່

(VOVWORLD) -  ນັບແຕ່ 12 ໂມງ ວັນທີ 01 ພຶດສະພາ, ແຂວງ ກວາງນິງ ໄດ້ເປີດປະຕູບັນດາການເຄື່ອນໄຫວທ່ອງທ່ຽວ, ການບໍລິການຄືນໃໝ່. 

ຕາມນັ້ນແລ້ວ, ແຂວງ ກວາງນິງ ໄດ້ອະນຸຍາດໃຫ້ບັນດາການເຄື່ອນໄຫວໃນບໍລິເວນເປີດປະຕູຄືນໃໝ່ລວມມີ: ບັນດາສະຖານທີ່ທ່ຽວຊົມອ່າວຮ້າລອງ; ເຂດປູສະນີຍະສະຖານ, ທັດສະນີຍະພາບ ອຽນຕື໋; ຫໍພິພິທະພັນ ກວາງນິງ, ຫໍສະໝຸດແຂວງ; ເຂດທ່ອງທ່ຽວລະດັບຊາດ ຈ່າໂກ - ໝ໊ອງກ໊າຍ…ບັນດາການເຄື່ອນໄຫວທັງໝົດເຫຼົ່ານັ້ນ ລ້ວນແຕ່ຕ້ອງຮັບປະກັນບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 .

ບັນດາທ້ອງຖິ່ນເລີ່ມສືບຕໍ່ການເຄື່ອນໄຫວດ້ານທ່ອງທ່ຽວ, ການບໍລິການຄືນໃໝ່ - ảnh 1ສະໜາມບິນ ເວິນດົນ ເລີ່ມເປີດບໍລິການຄືນໃໝ່ນັບແຕ່ວັນທີ 4/5 ເປັນຕົ້ນໄປ (ພາບ: TTXVN) 

        ການເຄື່ອນໄຫວທ່ອງທ່ຽວຂອງແຂວງ ນິງທ້ວນ ໄດ້ເລີ່ມມີສີສັນຄືນໃໝ່, ເປັນຕົ້ນແມ່ນໃນໂອກາດພັກວັນບຸນ 30/04 ແລະ 01/05. ຕົວເລກກ່ວາ 30.000 ເທື່ອຄົນມາທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບຢູ່ແຂວງໃນວັນບຸນ 4 ວັນນັ້ນ ໄດ້ສະແດງໃຫ້ເຫັນສັນຍານເປັນໜ້າປະທັບໃຈ, ສ້າງກຳລັງໜູນ ເພື່ອໃຫ້ຂະແໜງທ່ອງທ່ຽວແຂວງ ນິງທ້ວນ ພັດທະນາຢ່າງກ້າວກະໂດດຂັ້ນ ພາຍຫລັງໂລກລະບາດໂຄວິດ-19 ຫາຍໄປ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ