ບັນດາທະນາຍຄວາມມາເລເຊຍສະເໜີນຳເຫດການMH17ຂຶ້ນສານອາຍາສາກົນ

ບັນດາທະນາຍຄວາມມາເລເຊຍສະເໜີນຳເຫດການMH17ຂຶ້ນສານອາຍາສາກົນ - ảnh 1
ພາບ​ປະ​ກອບ

(vovworld)- ​ວັນ​ທີ 29/9, ທະ​ນາຍ​ຄວາມ​ຊາວ ມາ​ເລ​ເຊຍ, ທ່ານ Darryl Goon ຖື​ວ່າ: ປະ​ເທດນີ້​ອາດ​ສາ​ມາດ​ຮຽກ​ຮ້ອງ​ສານ​ອາ​ຍາ​ສາ​ກົນ (ICC) ສືບ​ສວນ ແລະ ພິ​ພາກ​ສາ​ຕົວ​ການ​ນຳ​ໃຊ້​ລູກ​ສອນ​ໄຟ BUK ຍິງ​ເຮືອ​ບິນ​ເລ​ກ​ໝາຍ MH17 ຂອງ​ບໍ​ລິ​ສັດ​ການ​ບິນ ມາ​ເລ​ເຊຍ ເອ​ລາຍ ຕົກ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ກ່ອນນີ້ 2 ປີ. ໜັງ​ສື​ພິມ “New Straits Times” ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທະ​ນາຍ​ຄວາມ​ຜູ້ນີ້​ວ່າ ຍ້ອນ​ເຫດ​ການ​ເກີດ​ຂຶ້ນ​ຢູ່​ເຂດ​ນ່ານ​ຟ້າ​ຂອງ​ຕ່າງ​ປະ​ເທດ, ດັັ່ງ​ນັ້ນ ມາ​ເລ​ເຊຍ ບໍ່​ມີ​ສິດ​ແກ້​ໄຂ. ຕາມ​ທະ​ນາຍ​ຄວາມ Goon ແລ້ວ, ເພື່ອ​ສາ​ມາດ​ນຳ​ເຫດ​ການມາ​ພິ​ພາກ​ສາ​ຢູ່ ICC ຍັງ​​ຕ້ອງ​ຂຶ້ນ​ກັບ​ເລື່ອງ ລັດ​ເຊຍ ແລະ ຢູ​ແກຼນ ໄດ້​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ສ້າງ​ຕັ້ງ ICC ໃນ​ປີ 2002 ຫຼືບໍ່? ທະ​ນາຍ​ຄວາມ​ຄົ​ນ​ອື່ນ​ຂອງ ມາ​ເລ​ເຊຍ ກໍ່​ຖື​ວ່າ: ບັນ​ດາ​ເຈົ້າ​ໜ້າ​ທີ່​ຕ້ອງ​ເຮັດ​ແຈ້ງ​ຕົວ​ການ​ນຳ​ໃຊ້​ລູກ​ສອນ​ໄຟ​ຍິງ​​ເຮືອ​ບິນ MH17 ຕົກ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ສິ່ງ​ດັ່ງ​ກ່າວ​ສຳ​ຄັນ​ທີ່​ສຸດ, ບໍ່​ພຽງ​ແຕ່​ສຳ​ລັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ມາ​ເລ​ເຊຍ ໃນ​ການ​ຊອກ​ຫາ ແລະ ຕັດ​ສິນ​ລົງ​ໂທດ​ຕົວ​ການ​ເທົ່າ​ນັ້ນ ຫາກ​ຍັງ​​ໄດ້ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ຟ້ອງ​ຮ້ອງ​ຕົວ​ການ​ໃນ​ພາຍ​ພາກ​ໜ້າ​ອີກ​ດ້ວຍ.


ຂ່າວ/ບົດ​ອື່ນ