ບັນດານັກກິລາເຂົ້ົ້າຮ່ວມການແຂ່ງຂັນໃນກິລາ 28 ປະເພດໃນວັນທີ 15 ພຶດສະພາ

(VOVWORLD) -ໃນຕອນເຊົ້າ, ນັກກິລາຂອງ 2 ປະເພດກິລາສົມທົບ (ແລ່ນ, ແຂ່ງລົດຖີບ, ແລ່ນ) ຟ້າມຕຽນຊານ ຄ້ວາໄດ້ຫຼຽນຄຳທຳອິດມາໃຫ້ຄະນະນັກກິລາ ຫວຽດນາມ ໃນວັນທີ 15 ພຶດສະພາ.
ບັນດານັກກິລາເຂົ້ົ້າຮ່ວມການແຂ່ງຂັນໃນກິລາ 28 ປະເພດໃນວັນທີ 15 ພຶດສະພາ - ảnh 1(ຄະນະນັກກິລາ ຫວຽດນາມ ຍັງນຳໜ້າໃນຕາຕະລາງຈັດອັນດັບຫຼຽນ)

ວັນທີ 15 ພຶດສະພາ, SEA Games 31 ໄດ້ຈັດການແຂ່ງຂັນໃນກິລາ 28 ປະເພດ, ໃນນັ້ນມີການແຂ່ງຂັນບານເຕະ U23, ບານເຕະຍິງ, ແລ່ນແລະລານ, ລອຍນ້ຳ, ແຂ່ງລົດຖີບ…

ໃນຕອນເຊົ້າ, ນັກກິລາຂອງ 2 ປະເພດກິລາສົມທົບ (ແລ່ນ, ແຂ່ງລົດຖີບ, ແລ່ນ) ຟ້າມຕຽນຊານ ຄ້ວາໄດ້ຫຼຽນຄຳທຳອິດມາໃຫ້ຄະນະນັກກິລາ ຫວຽດນາມ ໃນວັນທີ 15 ພຶດສະພາ. ການແຂ່ງຂັນດຳເນີນໃນເວລາ 6 ໂມງ ຢູ່ເກາະ ຕ່ວນເຈົາ, ຮະລອງ, ກວາງນິງ.

ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ນັກກິລາຍິງ ຮ່ວາງທິເຟືອງ ຄວ້າໄດ້ຫຼຽນຄຳໃນການຕີມວຍຍິງ, ໃນຂະນະນັ້ນ, ນັກກິລາ ຖຸຍວີ ຄ້ວາໄດ້ຫຼຽນທອງ.

ນັກກິລາຍິງ ເຈິ່ນທິມິນຮວຽນ ຄ້ວາໄດ້ຫຼຽນເງິນໃນປະເພດກິລາສະແດງດາບ.

ກ່ອນໜ້ານັ້ນ, ໃນວັນທີ 14 ພຶດສະພາ, ຫວຽດນາມ ຄວ້າໄດ້ຫຼຽນຄຳ 15 ຫຼຽນ, ຍົກຈຳນວນຫຼຽນຄຳຂຶ້ນເປັນ 39 ຫຼຽນ ແລະ ສືບຕໍ່ຢືນອັນດັບທີໜຶ່ງໃນຕາຕະລາງຈັດອັນດັບ.

ໄລ່ຮອດເວລາ 17 ໂມງ 30 ນາທີ ຂອງວັນທີ 15 ພຶດສະພາ, ຄະນະນັກກິລາ ຫວຽດນາມ ຍັງນຳໜ້າໃນຕາຕະລາງຈັດອັນດັບຫຼຽນ, ດ້ວຍຫຼຽນຄຳ 50 ຫຼຽນ, ຫຼຽນເງິນ 35 ຫຼຽນ ແລະ ຫຼຽນທອງ 36 ຫຼຽນ. ຢືນອັນດັບທີ 2 ແມ່ນຄະນະນັກກິລາ ໄທ ແລະ ທີ 3 ແມ່ນຄະນະນັກກິລາ ອິນໂດໂນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ