ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ຕັ້ງ​ຄວາມ​ຫວັງ​ ປີ​ມະ​ໂລງ ແມ່ນ​ປີ​ສ້າງ​ຂີດ​ໝາຍ​ແກ່​ການ​ບິນ​ຂຶ້ນ​ຂອງ “ໂຕ​ມັງ​ກອນ​ຂຽວ”

(VOVWORLD) -   “ຂ້າພະເຈົ້າກໍຝາກຄຳອວຍພອນປີໃໝ່ມາຍັງບັນດານັກລົງທຶນ ປີໃໝ່ມີສຸຂະພາບເຂັ້ມແຂງ, ປາດຖະໜາສິ່ງໃດຂໍໃຫ້ໄດ້ສິ່ງນັ້ນ, ມີຄວາມສຸກ ແລະ ຄວາມຈະເລີນ. ຂ້າພະເຈົ້າເຫັນວ່າ ປີນີ້ ແມ່ນປີແຫ່ງ “ໂຕມັງກອນບິນຂຶ້ນ”, ໝາຍຄວາມວ່າປີແຫ່ງຄວາມຈະເລີນ ແລະ ພັດທະນາ, ໃນນັ້ນ “ໂຕມັງກອນສີຂຽວ” ຍິ່ງມີຫຼາຍຄວາມໝາຍກວ່າອີກ, ຂ້າພະເຈົ້າຫວັງວ່າ ໃນປີນີ້ ບັນດານັກລົງທຶນລ້ວນແຕ່ມີການພັດທະນາອັນດີງາມຫຼາຍກວ່າອີກ”.
ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ຕັ້ງ​ຄວາມ​ຫວັງ​ ປີ​ມະ​ໂລງ ແມ່ນ​ປີ​ສ້າງ​ຂີດ​ໝາຍ​ແກ່​ການ​ບິນ​ຂຶ້ນ​ຂອງ “ໂຕ​ມັງ​ກອນ​ຂຽວ” - ảnh 1(ພາບປະກອບ: NIKKEI ASIA)

ການເຕີບໂຕສີຂຽວ, ຫັນປ່ຽນສີຂຽວ ຈະສ້າງບາດກ້າວບຸກທະລຸໃຫ້ວິສາຫະກິດ ແລະ ພື້ນຖານເສດຖະກິດ. ດັ່ງນັ້ນ, ນັກລົງທຶນຕ່າງປະເທດ ຕັ້ງຄວາມຫວັງວ່າ ປີມະໂລງ 2024 ຈະແມ່ນປີສ້າງຂີດໝາຍຕໍ່ການບິນຂຶ້ນຂອງ “ໂຕມັງກອນສີຂຽວ” ໃນພື້ນຖານເສດຖະກິດ ຫວຽດນາມ. ນີ້ແມ່ນຄຳແບ່ງປັນຂອງທ່ານ Hong Sun, ປະທານ ສະຫະສະມາຄົມວິສາຫະກິດ ສ.ເກົາຫຼີ ຢູ່ ຫວຽດນາມ (KoCham). ທ່ານ Hong Sun ໃຫ້ຂໍ້ສັງເກດວ່າ:

        “ຂ້າພະເຈົ້າກໍຝາກຄຳອວຍພອນປີໃໝ່ມາຍັງບັນດານັກລົງທຶນ ປີໃໝ່ມີສຸຂະພາບເຂັ້ມແຂງ, ປາດຖະໜາສິ່ງໃດຂໍໃຫ້ໄດ້ສິ່ງນັ້ນ, ມີຄວາມສຸກ ແລະ ຄວາມຈະເລີນ. ຂ້າພະເຈົ້າເຫັນວ່າ ປີນີ້ ແມ່ນປີແຫ່ງ “ໂຕມັງກອນບິນຂຶ້ນ”, ໝາຍຄວາມວ່າປີແຫ່ງຄວາມຈະເລີນ ແລະ ພັດທະນາ, ໃນນັ້ນ “ໂຕມັງກອນສີຂຽວ” ຍິ່ງມີຫຼາຍຄວາມໝາຍກວ່າອີກ, ຂ້າພະເຈົ້າຫວັງວ່າ ໃນປີນີ້ ບັນດານັກລົງທຶນລ້ວນແຕ່ມີການພັດທະນາອັນດີງາມຫຼາຍກວ່າອີກ”.

        ທ່ານປະທານສະຫະສະມາຄົມວິສາຫະກິດ ສ.ເກົາຫຼີ ປະຈຳ ຫວຽດນາມ ເນັ້ນໜັກວ່າ ປີ 2023 ແມ່ນປີທຳອິດ ຫວຽດນາມ - ສ.ເກົາຫຼີ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານາທິບໍດີ Yoon Suk  Yeol  ໃນທ້າຍເດືອນ ມິຖຸນາ ປີ 2023 ເຊິ່ງບັນລຸໄດ້ຂີດໝາຍພິເສດຫຼາຍຢ່າງ, ສ້າງໂອກາດ, ຄວາມໄວ້ເນື້ອເຊື່ອໃຈໃຫ້ບັນດາວິສາຫະກິດ ສ.ເກົາຫຼີ ອຸ່ນອ່ຽນໃຈເປີດກວ້າງການລົງທຶນ ແລະ ລົງທຶນໃໝ່ຢູ່ ຫວຽດນາມ ໃນປີນີ້ ແລະ ຊຸມປີຕໍ່ໄປ.


ຕອບກັບ

ຂ່າວ/ບົດ​ອື່ນ