ບັນ​ດານັກ​ສ້າງ​ກົດ​ໝາຍ ອີ​ຢູ ສະ​ໜັບ​ສະ​ໜູນ​ການຫຼຸດ​ຜ່ອນການ​ປ່ອຍ​ອາຍ​ພິດ ເມ​ທານ

(VOVWORLD) -  ບັນດາປະເທດ ອີຢູ ພວມປະເຊີນໜ້າກັບກຳລັງກົດດັນ ທີ່ຕ້ອງວາງອອກບັນດາເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດ ເມທານ ເຊິ່ງກວມເອົາປະມານ 10% ຍອດປະລິມານອາຍພິດເຮືອນແກ້ວຂອງ ອີຢູ.
ບັນ​ດານັກ​ສ້າງ​ກົດ​ໝາຍ ອີ​ຢູ ສະ​ໜັບ​ສະ​ໜູນ​ການຫຼຸດ​ຜ່ອນການ​ປ່ອຍ​ອາຍ​ພິດ ເມ​ທານ - ảnh 1(ພາບປະກອບ: AFP/TTXVN)

  ວັນທີ 28 ກັນຍາ, ດ້ວຍຈຳນວນບັດສະໜັບສະໜູນ 61 ບັດ ແລະ ບັດຂາວ 10 ບັດ, ຄະນະກຳມະການສິ່ງແວດລ້ອມຂອງ ລັດຖະສະພາເອີີຣົບ (EP) ໄດ້ຮັບຮອງເອົາບົດລາຍງານ ໃນນັ້ນ ສະໜັບສະໜູນແຜນການຂອງຄະນະກຳມະການເອີີຣົບ (EC), ຄາດວ່າ ຈະປະກາດໃນເດືອນ ທັນວາ ຈະມາເຖິງ,  ໂດຍໄດ້ຮຽກຮ້ອງໃຫ້ບັນດາບໍລິສັດນ້ຳມັນ ແລະ ເຊື້ອໄຟ ລາຍງານສະພາບການປ່ອຍອາຍພິດ ເມທານ ແລະ ສ້ອມແປງບັນດາທໍ່ສົ່ງທີ່ຖືກຮົ່ວໄຫຼ.

        ບັນດາປະເທດ ອີຢູ ພວມປະເຊີນໜ້າກັບກຳລັງກົດດັນ ທີ່ຕ້ອງວາງອອກບັນດາເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດ ເມທານ ເຊິ່ງກວມເອົາປະມານ 10% ຍອດປະລິມານອາຍພິດເຮືອນແກ້ວຂອງ ອີຢູ. ທ່ານນາງ Maria Spyraki ສະມາຊິກລັດຖະສະພາ, ຜູ້ຂຽນບົດລາຍງານດັ່ງກ່າວ ຖືວ່າ ສຳລັບການວາງອອກບັນດາເປົ້າໝາຍທີ່ມີລັກສະນະຜູກມັດ ແນໃສ່ຫຼຸດຜ່ອນອາຍພິດ ເມທານ, ອີຢູ ອາດຈະສວມບົດບາດສຳຄັນ, ເປີດຊ່ອງທາງໃຫ້ແກ່ບັນດາປະເທດໃນໂລກ ຍົກອອກຄຳຕັດສິນທີ່ຄ້າຍຄືກັນ.

        ກ່ອນໜ້ານັ້ນ, ກໍໃນເດືອນນີ້, EU ແລະ ອາເມລິກາ ກໍໃຫ້ຄຳໝັ້ນສັນຍາວ່າ ຮອດປີ 2030 ຈະຫຼຸດ 30% ປະລິມານອາຍພິດ ເມທານ, ເມື່ອທຽບໃສ່ລະດັບຕ່າງໆຂອງປີ 2020 ແນໃສ່ສ້າງກຳລັງໜູນເພື່ອໃຫ້ປະຊາຄົມສາກົນມີການກະທຳ.


ຕອບກັບ

ຂ່າວ/ບົດ​ອື່ນ