ບັນດາບໍລິສັດການບິນປ່ຽນແປງກົດລະບຽບພາຍຫຼັງເຫດການເຮືອບິນຕົກຢູ່ຝຣັ່ງ

ບັນດາບໍລິສັດການບິນປ່ຽນແປງກົດລະບຽບພາຍຫຼັງເຫດການເຮືອບິນຕົກຢູ່ຝຣັ່ງ - ảnh 1
ສະ​ຖານ​ທີ່​ເກີດ​ເຫດ​ເຮືອ​ບິນ​ Airbus 320 ຂອງ​ບໍ​ລິ​ສັດ​ການ​ບິນ Germanwings ຕົກ
(ພາບ: AFP/TTXVN)

(vovworld) - ​​ຕ້ອງ​ມີ​ນັກ​ບິນ 2 ຄົນໃນຫ້ອງ​ຂັບ​ເຮືອ​ບິນ​ທຸກໆ​ເວ​ລາ - ນັ້ນ​ແມ່ນ​ຂໍ້​ກຳ​ນົດ​ໃໝ່​ສຳ​ລັບ​ຂະ​ແໜງ​ການ​ບິນ​ເຊິ່ງບ​ໍ​ລິ​ສັດ​ການ​ບິນຫຼາຍ​ແຫ່ງ ແລະ ບັນ​ດາ​ນັກ​ວາງ​ແຜນ​ນະ​ໂຍ​ບາຍ​ໃນ​ໂລກ​ປະ​ກາດ​ນຳ​ໃຊ້​ນັບ​ແຕ່​ວັນ​ທີ 26/3 ເປັນ​ຕົ້ນ​ໄປ. ຂໍ​້​ກຳ​ນົດ​ນີ້​ໄດ​້​ຍົກ​ອອກ​ມາ​ພາຍຫຼັງ​ບັນ​ດ​ເຈົ້າ​ໜ້າ​ທີ່ ຝ​ຣັ່ງ ປະ​ກາດ​ໝາກ​ຜົນ​ຂອງ​ການ​​ວິ​ເຄາະ​ກັບ​ດຳ​ໃນ​ອຸ​ບັດ​ຕິ​ເຫດ​ເຮືອ​ບິນ Airbus 320 ຕົກ​ຂອງ​ບໍ​ລິ​ສັດ​ການ​ບິນ Germanwings ໃຫ​້​ເຫັ​ນ​ວ່າ: ນັກ​ບິນ ຮັບ​ຜິດ​ຊອບ​ການ​​ຂັບ​ເຮືອ​ບິນ​ມີ​ແຕ່​ຜູ້ດ​ຽວ​ໃນ​ຫ້ອງ​ຂັບ. ຢູ່​ກາ​ນາ​ດາ, ທ່ານ​​ນາງລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງຂອງ​ປະ​ເທດນີ້ Lisa Raiit ໃຫ້​ຮູ້​ວ່າ “ອອກ​ຄຳ​ສັ່ງ​ຢ່າງ​ຮີບ​ດ່ວນ” ແມ່ນ “ບັງ​ຄັບ ແລະ ມີ​ຜົນ​ສັກ​ສິດ​ໃນ​ທັນ​ທີ”. ຢູ່ ເອີ​ລົບ, ບໍ​ລິ​ສັດ​ການ​ບິນ ຫຼາຍ​ແຫ່ງ​ລ້ວນ​ແຕ່​ນຳ​ໃຊ້​ຂໍ້​ກຳ​ນົດ​ດັ່ງ​ກ່າວ. ເຖິ​ງວ່າບໍ່​ທັນ​ປະ​ກາດ​ບັນ​ດາ​ການ​ປ່ຽນ​ແປງ, ແຕ່​ສະ​ຫະ​ສະ​ມາ​ຄົມ​ການ​ບິນ BDL ຂອງ ເຢຍ​ລະ​ມັນ ກໍ່​ໃຫ້​ຮູ້​ວ່າ: ຈະ​ເຜີຍ​ແຜ່ “ຫຼັກ​ການ 2 ຄົນ” ໃຫ້​ບັນ​ດາ​ສະ​ມາ​ຊິກ. ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ອົງ​ການ​ການ​ບິນ​ພົນ​ລະ​ເຮືອນ​ສາ​ກົນ (ICAO) ໄດ້​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກກວດ​ສຸ​ຂະ​ພາບ​ຂອງ​​ນັກ​ບິນ​ເປັນ​ປະ​ຈ​ຳ.

 


ຂ່າວ/ບົດ​ອື່ນ