ບັນດາປະເທດ TPP ຊຸກຍູ້ການເຊື່ອມໂຍງເສດຖະກິດ ແລະ ປັບປຸງການຄ້າສາກົນ

ບັນດາປະເທດ TPP ຊຸກຍູ້ການເຊື່ອມໂຍງເສດຖະກິດ ແລະ ປັບປຸງການຄ້າສາກົນ - ảnh 1
“ການ​ໂອ້​ລົມ​ສົນ​ທະ​ນາ​ຂັ້ນ​ສູງ​ກ່ຽວ​ກັບ​ຂໍ້​ສະ​ເໜີ​ເຊື່ອມ​ໂຍງ ອາ​ຊີ - ປາ​ຊີ​ຟີກ” ດຳ​ເນີນ​ຢ​ູ່​ນະ​ຄອນ Vina del Mar
(ພ​າບ: EPA/TTXVN)

(vovworld) - ທີ່ກອງ​ປະ​ຊຸມ​ຂັ້ນ​ສູງ “ການ​ໂອ້​ລົມ​ສົນ​ທະ​ນາ​ຂັ້ນ​ສູງ​ກ່ຽວ​ກັບ​ຂໍ້​ສະ​ເໜີ​ເຊື່ອມ​ໂຍງ ອາ​ຊີ - ປາ​ຊີ​ຟີກ” ດຳ​ເນີນ​ຢ​ູ່​ນະ​ຄອນ Vina del Mar ຂອງ​ປະ​ເທດ​ຈີ​ເລ, ວັນ​ທີ 15/3, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP) ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຊອກ​ຫາ​ບັນ​ດາ​ວິ​ທີ​ການ​ໃຫມ່​ເພື່ອ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖ​ະ​ກິດ ແລະ ການ​ຄ້າ​ພາກ​ພື້ນ, ໃນ​ສະ​ພາບ​ການອ​ຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ປະ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ປະ​ກາດ​ຖອນ​ອອກ​ຈາກ TPP. ນີ້​ແມ່ນ​ຄັ້ງ​ທຳ​ອິດ​​ທີ່ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ການ​ເຊັນ​ສັນ​ຍາ TPP ໂຮມ​ປະ​ຊຸມ​ນັບ​ແຕ່​ເມື່ອ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ປະ​ກາດ​ຖອນ​ອອກ​ຈາກ​ຂໍ​້​ຕົກ​ລົງ​ການ​ຄ້ານີ້. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວພາຍຫຼັງ​​ອັດກອງ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ປະ​ເທດ​ເຈົ້າ​ພາບ Heraldo Munoz ໃຫ້​ຮູ້​ວ່າ: 11 ປະ​ເທດ​ສະ​ມາ​ຊິກ TPP (​ຍົກເວັ້ນ​ ອາ​ເມ​ລິ​ກາ) ລ້ວນ​ແຕ່​ຖື​ວ່າ ຂໍ້​ຕົກ​ລົງ​ນີ້​ສວມ​ບົດ​ບາດ​ສຳ​ຄັນ​ສຳ​ລັບ​ວິ​ວັດ​ການ​ເຊື່ອມ​ໂຍງ ອ​າ​ຊີ - ປາ​ຊີ​ຟິກ ແລະ ເຕື້ອງເຖິງ​ບັນ​ດາ​ການ​ກຳ​ນົດ​ທິດ​ໃໝ່​ອາດ​ຈະ​ນຳ​ໃຊ້​ໃນ​ອະ​ນາ​ຄົດ. ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Munoz ກໍ່​ປະ​ກາດ​ວ່າ ບັນ​ດາ​ຜູ້​ແທນ​ເຫັນ​ດີເປັນ​ເອ​ກະ​ພາບ​ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ເພື່ອ​​ຕັດ​ສິນ​ອະ​ນາ​ຄົດ​ຂອງ TPP ໃນ​ເດືອນ 5 ຈະ​ມາ​ເຖິງ​ຢູ່​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ຈະ​ຈັດ​ຕັ້ງ​ຢູ່ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ