ບັນດາປະເທດ ມານະພະຍາຍາມ ສໍາເລັດການເຈລະຈາ RCEP ໃຫ້ຖືກຕາມທີ່ໄດ້ນັດໝາຍ

(VOVWORLD) -ພາຍຫຼັງກອງປະຊຸມທີ່ສິງກະໂປ ເປັນເວລາໜຶ່ງວັນ, ວັນທີ 13 ຕຸລາ, ບັນດາລັດຖະມົນຕີຂອງ 16 ປະເທດ ທີ່ເຂົ້າຮ່ວມ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ຮັບຮອງເອົາຖະແຫຼງການຮ່ວມ ໂດຍຢືນຢັນເຖິງຄວາມຄືບໜ້າຈໍານວນໜຶ່ງໃນການເຈລະຈາຮອບຫຼ້າສຸດນີ້. 

ເຖິງຢ່າງໃດກໍຕາມ, ບັນດາປະເທດ ຍັງຄົງພະຍາຍາມ ເພື່ອປະຕິບັດ ເປົ້າໝາຍ ສິ້ນສຸດການເຈລະຈາ ກ່ຽວກັບການເປີດຕະຫຼາດສິນຄ້າ, ການບໍລິການ ແລະ ການລົງທຶນໃຫ້ສໍາເລັດ ໂດຍພື້ນຖານໃນທ້າຍປີ 2018, ພ້ອມທັງສິ້ນສຸດການເຈລະຈາກ່ຽວກັບບາງເນື້ອໃນດ້ານເຕັກນິກ ເພື່ອອາດສາມາດສິ້ນສຸດການເຈລະຈາ ຢ່າງສິ້ນເຊີງໃນປີ 2019.

        ຕາມຖະແຫຼງການຮ່ວມແລ້ວ, ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະພາບ ພ້ອມກັນຮ່ວມມື ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ ຫຼື ສິ່ງທ້າທາຍ ເມື່ອບັນດາການເຈລະຈາກ່ຽວກັບ ສັນຍາ RCEP ກ້າວເຂົ້າສູ່ໄລຍະສຸດທ້າຍ. ບັນດາປະເທດສະມາຊິກ RCEP ຕັດສິນໃຈປະຕິບັດບ້ວງໝາກຜົນທີ່ຄາດຄະເນໄວ້ວ່າ ຄວນບັນລຸໄດ້ໃຫ້ສໍາເລັດໃນທ້າຍປີ 2018 ໂດຍບັນດາລັດຖະມົນຕີໄດ້ຮັບຮອງເອົາໃນການເຈລະຈາເມື່ອເດືອນ ສິງຫາ ຜ່ານມາ ເຊິ່ງກ່ຽວຂ້ອງເຖິງບັນດາຂົງເຂດ ສິນຄ້າ, ການບໍລິການ, ການລົງທຶນ ແລະ ຊັບສິນທາງປັນຍາ.

        ຖະແຫຼງການຮ່ວມ ກໍເນັ້ນໜັກເຖິງ ເລື່ອງລົງນາມໃນຂໍ້ຕົກລົງການຄ້າເສລີວ່າ ຈະແມ່ນບາດລ້ຽວສໍາຄັນພິເສດ ໃນຈຸດເວລາ ທີ່ການຄ້າທົ່ວໂລກ ພວມຜ່ານຜ່າຄວາມຜິດ ປົກກະຕິຫຼາຍຢ່າງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ