ບັນດາປະເທດຊົມເຊີຍ ອີຣານ ແລະ ອາຣັບບິ ຊາອຸດິ ເຊື່ອມຕໍ່ການພົວພັນທາງການທູດຄືນໃໝ່

(VOVWORLD) - ຖະແຫຼງການຂອງ ສະຫະພາບເອີລົບ (EU) ເນັ້ນໜັກເລື່ອງ ອາຣັບບິ ຊາອຸດິ ແລະ ອີຣານ ຟື້ນຟູການພົວພັນທາງການທູດ ອາດຈະປະກອບສ່ວນຮັກສາຄວາມສະຖຽນລະພາບຂອງພາກພື້ນ. EU ຢັ້ງຢືນບຸລິມະສິດຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບ ກໍ່ຄືຫລຸດຜ່ອນຄວາມເຄັ່ງຕຶງຢູ່ຕາເວັນອອກກາງ.
ບັນດາປະເທດຊົມເຊີຍ ອີຣານ ແລະ ອາຣັບບິ ຊາອຸດິ ເຊື່ອມຕໍ່ການພົວພັນທາງການທູດຄືນໃໝ່ - ảnh 1ທີ່ຶປຶກສາຄວາມໝັ້ນຄົງ Saudi Arabia Musaad bin Mohammed al-Aiban, ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານພົວພັນຕ່າງປະເທດ ສູນກາງ ພັກກອມມູນິດ ຈີນ ຫວາງອີ ແລະ ເລຂາທິການສະພາຄວາມໝັ້ນຄົງແຫ່ງຊາດສູງສຸດ Iran Ali Shamkhani
(ພາບ:Reuters/TTXVN)

ວັນທີ 10 ມີນາ, ອີຣານ ແລະ ອາຣັບບິ ຊາອຸດິ ໄດ້ເຫັນດີເປັນເອກະພາບສ້າງການພົວພັນທາງການທູດ ແລະ ເປິດບັນດາອົງການການທູດຢູ່ແຕ່ລະປະເທດຄືນໃໝ່, ພາຍຫຼັງຫຼາຍປີເປັນປໍລະປັກ, ນາບຂູ່ເຖິງຄວາມສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ເຂດ ອ່າວເປີເຊຍ. ວັນທີ 11 ມີນາ, ຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນໄດ້ກ່າວສະໜັບສະໜູນການກະທຳດັ່ງກ່າວຂອງສອງປະເທດ.

ຖະແຫຼງການຂອງ ສະຫະພາບເອີລົບ (EU) ເນັ້ນໜັກເລື່ອງ ອາຣັບບິ ຊາອຸດິ ແລະ ອີຣານ ຟື້ນຟູການພົວພັນທາງການທູດ ອາດຈະປະກອບສ່ວນຮັກສາຄວາມສະຖຽນລະພາບຂອງພາກພື້ນ. EU ຢັ້ງຢືນບຸລິມະສິດຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບ ກໍ່ຄືຫລຸດຜ່ອນຄວາມເຄັ່ງຕຶງຢູ່ຕາເວັນອອກກາງ. ໃນຂະນະນັ້ນ, ທ່ານ Stephane Dujarric ໂຄສົກຂອງທ່ານເລຂາທິການໃຫຍ່ ສປຊ ໄດ້ຊົມເຊີຍຂໍ້ຕົກລົງຫາກໍ່ບັນລຸໄດ້ລະຫວ່າງ Riyadh ແລະ Tehran. ທ່ານ Jassem Mohamed Albudaiwi, ເລຂາທິການໃຫຍ່ສະພາຮ່ວມມືເຂດອ່າວ ເປີເຊຍ (GCC) ຫວັງວ່າ: ຂໍ້ຕົກລົງລະຫວ່າງ ອາຣັບບິ ຊາອຸດິ ແລະ ອີຣານ ຈະ “ປະກອບສ່ວນເພີ່ມທະວີຄວາມໝັ້ນຄົງ ແລະ ສັນຕິພາບ”.

ຫຼາຍປະເທດອື່ນຄື: ອີຣານ, ໂອມານ, ອີຢິບ, ບາເຣນ, ຄູແວດ, ຈໍແດນ... ກໍ່ອອກຖະແຫຼງການຊົມເຊີຍຂໍ້ຕົກລົງດັ່ງກ່າວ. ທ່ານ Sheikh Abdullah bin Zayed, ລັດຖະມົນຕີການຕ່າງປະເທດ ສະຫະລັດ ອາຣັບ ເອມີເຣດ (UAE) ຖືວ່າ ຂໍ້ຕົກລົງນີ້ແມ່ນ “ບາດກ້າວສຳຄັນມຸ່ງໄປເຖິງຄາດໝາຍສະຖຽນລະພາບ ແລະ ຄວາມວັດທະນາຖາວອນ” ໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ