ບັນດາປະເທດພາກພື້ນອາຊີຕາເວັນອອກແລະອາຊີຕາເວັນອອກສ່ຽງໃຕ້ແບ່ງປັນບົດຮຽນການປ້ອງກັນ,ຄວບຄຸມຢາເສບຕິດ

(VOVWORLD) -ຕອນເຊົ້າວັນທີ 29 ສິງຫາ ຢູ່ ຮ່າໂນ້ຍ, ໄດ້ໄຂກອງປະຊຸມສຳມະນາ ພາກພື້ນ ອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບຢາເສບຕິດ. 

ບັນດາປະເທດພາກພື້ນອາຊີຕາເວັນອອກແລະອາຊີຕາເວັນອອກສ່ຽງໃຕ້ແບ່ງປັນບົດຮຽນການປ້ອງກັນ,ຄວບຄຸມຢາເສບຕິດ - ảnh 1ທ່ານ Jeremy Douglas ຫົວຫນ້າຜູ້ຕາງຫນ້າພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ປາຊີຟີກ

ພາບ:UNODC  ຫວຽດນາມ

ພັນເອກ ຮ່ວາງແອງຕວຽນ, ຮອງຫົວຫນ້າຫ້ອງການ ການປ້ອງກັນ, ຕ້ານອາດຊະຍາກຳ ແລະ ຢາເສບຕິດ ຫວຽດນາມ ໃຫ້ຮູ້ວ່າ: ສະພາບການຊື້ຂາຍ ແລະ ນຳໃຊ້ຢາເສບຕິດໃນໂລກ, ຢູ່ ພາກພື້ນ ອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້ພວມດຳເນີນໄປຢ່າງສັບສົນ. ສະນັ້ນ ປະເທດຕ່າງໆຄວນຍົກສູງບົດບາດຫລັກແຫລ່ງໃນການສ້າງ ແລະ ຈັດຕັ້ງການປະຕິບັດບັນດານະໂຍບາຍ, ຍຸດທະສາດຄວບຄຸມຢາເສບຕິດ, ເພີ່ມທະວີລັກສະນະເປັນເຈົ້າ, ເຂົ້າຮ່ວມການສ້າງບັນດາຂໍ້ລິເລິ່ມໃນການປ້ອງກັນ,ຄວບຄຸມຢາເສບຕິດຢູ່ພາກພື້ນ. ທ່ານ Jeremy Douglas ຫົວຫນ້າອົງການປ້ອງກັນຕ້ານຢາເສບຕິດ ແລະ ອາດຊະຍາກຳ ຂອງ ສປຊ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟີກ ຖືວ່າ: ບັນດາປະເທດ ຄວນມີແຫລ່ງຂໍ້ມູນຢ່າງຄົບຖ້ວນ ແລະ ຂໍ້ມູນຂ່າວຢ່າງຄົບຊຸດກ່ຽວກັບສະພາບການນຳໃຊ້ຢາເສບຕິດ, ການຜະລິດຢາເສບຕິດ, ອາດຊະຍາກຳຂ້າມຊາດມີການຈັດຕັ້ງ ຈາກນັ້ນຍົກອອກບັນດາມາດຕະການມີລະດັບຍຸດທະສາດໃນການແກ້ໄຂບັນຫານີ້. 

ຕອບກັບ

ຂ່າວ/ບົດ​ອື່ນ