ບັນດາປະເທດມະຫາອຳນາດ ແລະ ອີຣານ ປະຊຸມດ່ວນຢູ່ ວຽນນາ

(VOVWORLD) - ວັນທີ 28 ກໍລະກົດ, ຜູ້ຕາງໜ້າບັນດາປະເທດທີ່ຍັງເຫຼືອໃນຂໍ້ຕົກລົງນິວເຄຼຍ ອີຣານ ໄດ້ຈັດກອງປະຊຸມດ່ວນຢູ່ ວຽນນາ (ໂອຕາລິດ) ແນໃສ່ປຶກສາຫາລືບັນດາມາດຕະການເພື່ອກູ້ເອົາຂໍ້ຕົກລົງສະບັນນີ້, ໃນສະພາບຄວາມເຄັ່ງຕຶງປີນຂັ້ນໄດລະຫວ່າງ ອີຣານ ແລະ ຝ່າຍຕາເວັນຕົກ.

ນັກການທູດບັນດາປະເທດ ອັງກິດ, ຝຣັ່ງ, ລັດເຊຍ, ຈີນ, ເຢຍລະມັນ ແລະ ອີຣານ ພວມພິຈາລະນາບັນດາບັນຫາທີ່ກ່ຽວຂ້ອງເຖິງການປະຕິບັດຂໍ້ຕົກລົງນິວເຄຼຍ ຫຼື ເອີ້ນວ່າ ແຜນດຳເນີນງານລວມຮອບດ້ານ (JCPOA), ພາຍຫລັງ ອີຣານ ຖະແຫຼງການສະສົມ ຢູລານຽມ ກໍ່ຄືລະດັບເສີມນິວເຄຼຍລື່ນກາຍລະດັບທີ່ໄດ້ກຳນົດໃນຂໍ້ຕົກລົງ ເຊິ່ງເຊັນກັບບັນດາປະເທດມະຫາອຳນາດປີ 2015.

ບັນດາປະເທດມະຫາອຳນາດ ແລະ ອີຣານ ປະຊຸມດ່ວນຢູ່ ວຽນນາ - ảnh 1ບັນດາປະເທດມະຫາອຳນາດ ແລະ ອີຣານ ປະຊຸມດ່ວນຢູ່ ວຽນນາ (ພາບ: AP)

        ກອງປະຊຸມນີ້ ໄດ້ຮຽກໂຮມໃນສະພາບຄວາມເຄັ່ງຕຶງລະຫວ່າງ ອີຣານ ແລະ ຝ່າຍຕາເວັນຕົກ ປີນຂັ້ນໄດ, ດ້ວຍບັນດາເຫດກັກກ່ຳປັ່ນຢູ່ເຂດອ່າວເປີເຊຍ, ພ້ອມກັບເລື່ອງ ອຳນາດການປົກຄອງ ເຕເຮຣານ ຖະແຫຼງຢຸດຕິການປະຕິບັດບາງຄຳໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍ, ພ້ອມທັງດຳເນີນການເສີມທາດ ຢູລານຽມ ລື່ນກາຍລະດັບ 3,67% ເຊິ່ງໄດ້ກຳນົດໃນຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ