ບັນດາປະເທດສະມາຊິກ BRICS ແລະ G20 ປາດຖະໜາຢາກຮ່ວມມືກັບ ລັດເຊຍ ຢູ່ຂົ້ວໂລກເໜືອ

(VOVWORLD) - ກ່າວຄຳເຫັນຢູ່ນອກເວທີປາໄສເສດຖະກິດສາກົນ St.Petersburg (SPIEF), ທ່ານ Korchunov ໄດ້ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າດຳເນີນການປຶກສາກັບບັນດາປະເທດນອກພາກພື້ນຂົ້ວໂລກເໜືອເປັນປະຈຳ.
ບັນດາປະເທດສະມາຊິກ BRICS ແລະ G20 ປາດຖະໜາຢາກຮ່ວມມືກັບ ລັດເຊຍ ຢູ່ຂົ້ວໂລກເໜືອ - ảnh 1ກ່ຳປັ່ນທຳລາຍແຜ່ນນ້ຳແຂງຢູ່ຂົ້ວໂລກເໜືອ (ພາບ: AFP )

ຕາມສຳນັກຂ່າວສານ Sputnik ແລ້ວ, ທ່ານ Nikolai Korchunov, ເຈົ້າໜ້າທີ່ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (BRICS - ລວມມີ: ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາບຟຣີກາໃຕ້) ແລະ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ລ້ວນແຕ່ເອົາໃຈໃສ່ຕໍ່ການຮ່ວມມືກັບລັດເຊຍ ຢູ່ຂົ້ວໂລກເໜືອ ຍ້ອນຄວາມສາມາດບົ່ມຊ້ອນດ້ານຄົມມະນາຄົມຂົນສົ່ງຢ່າງແຮງຂອງພາກພື້ນ.

        ກ່າວຄຳເຫັນຢູ່ນອກເວທີປາໄສເສດຖະກິດສາກົນ St.Petersburg (SPIEF), ທ່ານ Korchunov ໄດ້ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າດຳເນີນການປຶກສາກັບບັນດາປະເທດນອກພາກພື້ນຂົ້ວໂລກເໜືອເປັນປະຈຳ. ບັນດາປະເທດສະມາຊິກ BRICS ເກືອບທັງໝົດລ້ວນແຕ່ເອົາໃຈໃສ່, ຫຼາຍປະເທດ G20 ກໍ່ຢາກຮ່ວມມືກັບລັດເຊຍຕາມຫຼາຍວິທີ”. ຕາມທ່ານ Korchunov ແລ້ວ, ສາຍເຫດແມ່ນຍ້ອນຂົ້ວໂລກເໜືອພວມພົ້ນເດັ່ນຄືດັ່ງປັດໄຈໃໝ່ໃນການເຄື່ອນໄຫວດ້ານການເມືອງທົ່ວໂລກຍ້ອນການປ່ຽນແປງຂອງດິນຟ້າອາກາດ ແລະ ກຳລັງຄວາມສາມາດດ້ານການຂົນສົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ