ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາ​ດ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ສະ​ພາບ​ການ​ມະ​ນຸດ​ສະ​ທຳ ຢູ່ ຊີ​ຣີ

(VOVWORLD) -ວັນທີ 29 ມັງກອນ ຢູ່ນິວຢອກ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ພາຍໃຕ້ການເປັນປະທານຂອງປະເທດ ຫວຽດນາມ, ປະທານເດືອນມັງກອນ ປີ 2020, ໄດ້ຈັດຕັ້ງກອງປະຊຸມຮັບຟັງບົດລາຍງານກ່ຽວກັບສະພາບການມະນຸດສະທຳ ຢູ່ ຊີຣີ.
ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາ​ດ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ສະ​ພາບ​ການ​ມະ​ນຸດ​ສະ​ທຳ ຢູ່ ຊີ​ຣີ - ảnh 1ເທດສະບານ Tal Abyad, ຊີຣີພາຍຫຼັງການບຸກໂຈມຕີຂອງ ກອງທັບຕວັກກີ (ພາບ: AFP/TTXVN

ນີ້ແມ່ນໜຶ່ງໃນ 3 ການເຄື່ອນໄຫວປະຈຳເດືອນຂອງ ສະພາຄວາມໝັ້ນຄົງສະຫະປະຊາຊາດ ທີ່ກ່ຽວຂ້ອງເຖິງຊີຣີ. ຄຽງຄູ່ກັບບັນຫາມະນຸດສະທຳ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ຍັງໄດ້ຈັດກອງປະຊຸມກ່ຽວກັບວິວັດທະນາການດ້ານການເມືອງ ແລະ ອາວຸດເຄມີຢູ່ຊີຣີຕື່ມອີກ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງປະຕິບັດຂໍ້ຕົກລົງຢຸດຍິງ, ເຄົາລົບກົດໝາຍສາກົນ, ພິເສດແມ່ນກົດໝາຍວ່າດ້ວຍມະນຸດສະທຳສາກົນ, ປະຕິບັດພັນທະປົກປ້ອງສາມັນຊົນ. ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ຊົມເຊີຍບັນດາຄວາມມານະພະຍາຍາມ ກູ້ຊ່ວຍມະນຸດສະທຳຢູ່ ຊີຣີ ຂອງ ສປຊ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາປະເທດ, ພ້ອມທັງເນັ້ນໜັກເຖິງ ບົດບາດ, ຄວາມຮັບຜິດຊອບແຖວໜ້າຂອງ ລັດຖະບານ ຊີຣີ ໃນການຮັບປະກັນການກູ້ຊ່ວຍມະນຸດສະທຳ. 

ຕອບກັບ

ຂ່າວ/ບົດ​ອື່ນ