ບັນ​ດາ​ປະ​ເທດ​ເຂດ​ອ່າວ ເປີ​ເຊຍ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ “ສາ​ມັກ​ຄີ ແລະ ສະ​ຖຽນ​ລະ​ພາບ”

(VOVWORLD) -ອົງມົງກຸດລາຊະກຸມມານ ອາຣັບບີ ຊະອຸດິ Mohammed bin Salman ເນັ້ນໜັກວ່າ: ຄວາມມານະພະຍາຍາມເຫຼົ່ານັ້ນ ໄດ້ຊ່ວຍໃຫ້ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບຖະແຫຼງການ Al – Ula ທີ່ໄດ້ລົງນາມໃນກອງປະຊຸມສຸດຍອດນີ້ ຊຶ່ງໄດ້ຢັ້ງຢືນເຖິງຄວາມສາມັກຄີ ແລະ ສະຖຽນລະພາບຂອງເຂດອ່າວ ເປີເຊຍ, ກຸ່ມ ອາຣັບ ແລະ ອິດສະລາມ.
ບັນ​ດາ​ປະ​ເທດ​ເຂດ​ອ່າວ ເປີ​ເຊຍ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ “ສາ​ມັກ​ຄີ ແລະ ສະ​ຖຽນ​ລະ​ພາບ” - ảnh 1ກອງປະຊຸມສຸດຍອດຂອງ ສະພາຮ່ວມມືເຂດອ່າວເປີເຊຍ (ພາບ: Reuters)

ວັນທີ 5 ມັງກອນ, ອົງມົງກຸດລາຊະກຸມມານ ອາຣັບບີ ຊະອຸດິ Mohammed bin Salman ໄດ້ແຈ້ງໃຫ້ບັນດາປະເທດເຂດອ່າວ ເປີເຊຍ ຮັບຊາບວ່າ ໄດ້ລົງນາມໃນຂໍ້ຕົກລົງມຸ່ງໄປເຖິງ “ຄວາມສາມັກຄີ ແລະ ສະຖຽນລະພາບ” ທີ່ກອງປະຊຸມສຸດຍອດຂອງ ສະພາຮ່ວມມືເຂດອ່າວເປີເຊຍ (GCC), ເພື່ອແນໃສ່ປຶກສາຫາລືກ່ຽວກັບມາດຕະການຍົກເລີກຄຳສັ່ງຂວ້ຳບາດໃນຕະຫຼອດ 3 ປີຜ່ານມາ ກັບ ກາຕາ. ອົງມົງກຸດລາຊະກຸມມານ ອາຣັບບີ ຊະອຸດິ Mohammed bin Salman ເນັ້ນໜັກວ່າ: ຄວາມມານະພະຍາຍາມເຫຼົ່ານັ້ນ ໄດ້ຊ່ວຍໃຫ້ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບຖະແຫຼງການ Al – Ula ທີ່ໄດ້ລົງນາມໃນກອງປະຊຸມສຸດຍອດນີ້ ຊຶ່ງໄດ້ຢັ້ງຢືນເຖິງຄວາມສາມັກຄີ ແລະ ສະຖຽນລະພາບຂອງເຂດອ່າວ ເປີເຊຍ, ກຸ່ມ ອາຣັບ ແລະ ອິດສະລາມ.

        ທີ່ກອງປະຊຸມສຸດຍອດ ຖືກດຳເນີນຢູ່ນະຄອນ Al – Ula ຂອງ ອາຣັບບີ ຊະອຸດິ ໃນວັນທີ 5 ມັງກອນ, ການນຳ 6 ປະເທດສະມາຊິກ GCC ໄດ້ພ້ອມກັນລົງນາມໃນເອກະສານສອງສະບັບ, ເຊິ່ງລວມມີ ຖະແຫຼງການ Al – Ula ແລະ ແຈ້ງການຕໍ່ສື່ມວນຊົນສະບັບສຸດທ້າຍຂອງກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ