ບັນດາ​ຝ່າຍ​ປະ​ທະ​ກັນ​ຢູ່​ຊີຣີ ​ເຫັນ​ດີ​ເປັ​ນ​ເອກະ​ພາບ ​ເຊື່​ອມຕໍ່​ການ​ເຈ​ລະ​ຈາ​ຄືນ​ໃໝ່ກ່ຽວກັບລັດຖະທໍາ​ມະນູ​ນຢູ່ ​ເຊີ​ແນວ, ປະ​ເທດ​ສະ​ວິດ

(VOVWORLD) -“ຄວາມສະຫງົບງຽບເມື່ອຢຸດຮົບ” ອາດຈະນໍາມາເຊິ່ງກາລະໂອກາດເພື່ອເລີ່ມປັບປຸງປົວແປງຄວາມລະແວງສົງໄສທີ່ຮ້າຍແຮງລະຫວ່າງບັນດາຝ່າຍ.

        ວັນທີ 19 ພຶດສະພາ, ທ່ານ Geir Pedersen ທູດພິເສດຂອງທ່ານເລຂາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບບັນຫາ ຊີຣີ ໃຫ້ຮູ້ວ່າ ບັນດາຝ່າຍປະທະກັນຢູ່ຊີຣີ ໄດ້ເຫັນດີເປັນເອກະພາບໂຮມປະຊຸມຢູ່ເຊີແນວ, ປະເທດສະວິດ ເພື່ອເຈລະຈາກ່ຽວກັບການຮຽບຮຽງລັດຖະທໍາມະນູນ. ພ້ອມທັງຖືວ່າ “ຄວາມສະຫງົບງຽບເມື່ອຢຸດຮົບ” ອາດຈະນໍາມາເຊິ່ງກາລະໂອກາດເພື່ອເລີ່ມປັບປຸງປົວແປງຄວາມລະແວງສົງໄສທີ່ຮ້າຍແຮງລະຫວ່າງບັນດາຝ່າຍ.

        ເມື່ອແລກປ່ຽນກັບວົງການສື່ມວນຊົນ, ທູດພິເສດທ່ານນີ້ ຊີ້ແຈ້ງວ່າ: ພາຍຫຼັງສະພາບການໂລກລະບາດສິ້ນສຸດລົງ, ບັນດາຝ່າຍທັງໝົດຕ່າງກໍຕົກລົງເດີນທາງໄປຍັງ ເຊີແນວ ແລະ ໄດ້ເປັນເອກະພາບກັນກ່ຽວກັບໂຄງການດໍາເນີນງານໃຫ້ແກ່ການພົບປະຄັ້ງຕໍ່ໄປ. ໄປຄຽງຄູ່ກັນນັ້ນ, ເຈົ້າໜ້າທີ່ທ່ານນີ້ ກໍຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ ອາເມລິກາ ແລະ ລັດເຊຍ ດໍາເນີນການເຈລະຈາເພື່ອຊຸກຍູ້ການສ້າງພື້ນຖານສັນຕິພາບຢູ່ ຊີຣີີ.


ຕອບກັບ

ຂ່າວ/ບົດ​ອື່ນ