ບັນດາຝ່າຍຢູ່ ຊູດານ ລົງນາມໃນຂໍ້ຕົກລົງເບື້ອງຕົ້ນ ເພື່ອຢຸດຕິວິກິດການດ້ານການເມືອງ

(VOVWORLD) - ໃນໄລຍະຕົ້ນ, ຂໍ້ຕົກລົງແມ່ນີ້ຈະສ້າງພື້ນຖານໃຫ້ແກ່ການສ້າງອຳນາດການປົກຄອງມອບສົ່ງພົນລະເຮືອນ. ຂໍ້ຕົກລົງສະບັບສຸດທ້າຍເພື່ອແນໃສ່ແກ້ໄຂບັນດາບັນຫາຄື ດ້ານຍຸຕິທຳໃນໄລຍະມອບໂອນ...
ບັນດາຝ່າຍຢູ່ ຊູດານ ລົງນາມໃນຂໍ້ຕົກລົງເບື້ອງຕົ້ນ ເພື່ອຢຸດຕິວິກິດການດ້ານການເມືອງ - ảnh 1ທ່ານນາຍພົນ Abdel Fattah Al Burhan, ການນຳຂອງການລັດຖະປະຫານປີກາຍນີ້ ແລະ ທ່ານ ນາຍພົນ Mohamed Hamdan Dagalo ໄດ້ໄດ້ລົງນາມໃນຂໍ້ຕົກລົງເບື້ອງຕົ້ນເພື່ອແນໃສ່ຢຸດຕິວິກິດການການເມືອງຢູ່ຊູດານ
(ພາບ:AFP/TTXVN)

ວັນທີ 5 ທັນວາ, ກອງທັບ ຊູດານ ແລະ ການນຳບັນດາກຸ່ມພົນລະເຮືອນ ໄດ້ລົງນາມໃນຂໍ້ຕົກລົງເບື້ອງຕົ້ນເພື່ອແນໃສ່ຢຸດຕິວິກິດການການເມືອງຢູ່ປະເທດ ອາບຟຣີກາ ຕາເວັນອອກສ່ຽງເໜືອ. ຂໍ້ຕົກລົງນີ້ໄດ້ລົງນາມລະຫວ່າງ ທ່ານນາຍພົນ Abdel Fattah Al Burhan, ການນຳຂອງການລັດຖະປະຫານປີກາຍນີ້ ແລະ ທ່ານ ນາຍພົນ Mohamed Hamdan Dagalo, ການນຳຜູ້ທີສອງຂອງສະພາອະທິປະໄຕຫັນປ່ຽນຂອງ ຊູດານ, ພ້ອມກັບຜູ້ຕາງໜ້າບາງກຸ່ມພົນລະເຮືອນ, ໃນນັ້ນມີກຳລັງເສລີພາບ ແລະ ການປ່ຽນແປງ (FFC). FFC ຊີ້ແຈ້ງວ່າ: ໃນໄລຍະຕົ້ນ, ຂໍ້ຕົກລົງແມ່ນີ້ຈະສ້າງພື້ນຖານໃຫ້ແກ່ການສ້າງອຳນາດການປົກຄອງມອບສົ່ງພົນລະເຮືອນ. ຂໍ້ຕົກລົງສະບັບສຸດທ້າຍເພື່ອແນໃສ່ແກ້ໄຂບັນດາບັນຫາຄື ດ້ານຍຸຕິທຳໃນໄລຍະມອບໂອນ ແລະ ການປະຕິຮູບສຳລັບດ້ານການທະຫານ ຈະໄດ້ປະຕິບັດສຳເລັດໃນ 2 – 3 ອາທິດທີ່ຈະມາເຖິງນີ້.

        ອາເມລິກາ ແລະ ບັນດາປະເທດຄູ່ຮ່ວມມືໄດ້ຊົມເຊີຍຂໍ້ຕົກລົງດັ່ງກ່າວ, ພ້ອມທັງຊຸກຍູ້ບັນດາຝ່າຍມານະພະຍາຍາມປະຕິບັດສຳເລັດການເຈລະຈາກ່ຽວກັບການສ້າງຕັ້ງລັດຖະບານພົນລະເຮືອນຊຸດໃໝ່. ໃນຖະແຫຼງການຮ່ວມ, ນອກແວ, ອາຣັບບິ ຊາອຸດິ, ບັນດາປະເທດ ອາຣັບ ເອມີເຣັດ (UAE), ອັງກິດ ແລະ ອາເມລິກາ, ຢັ້ງຢືນວ່ານີ້ແມ່ນປັດໄຈຫຼັກແຫຼ່ງຊ່ວຍເຊື່ອມຕໍ່ການອຸປະຖຳ ພັດທະນາສາກົນ ແລະ ຊຸກຍູ້ການຮ່ວມມືທີ່ເລິກເຊິ່ງກ່ວາອີກລະຫວ່າງລັດຖະບານ ຊູດານ ແລະ ບັນດາຄູ່ຮ່ວມມືສາກົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ