ບັນ​ດາ​ຝ່າຍ​ເຫັນ​ດີ ຄວນ​ຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ

(VOVWORLD) -ວັນທີ 7 ພຶດສະພາ, ບັນດາຝ່າຍ ທີ່ເຂົ້າຮ່ວມການເຈລະຈາ ເພື່ອແນໃສ່ກອບກູ້ເອົາຂໍ້ຕົກລົງທີ່ມີຊື່ວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ໄດ້ເຊື່ອມຕໍ່ການເຈລະຈາຄືນໃໝ່ ຢູ່ນະຄອນຫຼວງ ວຽນ, ປະເທດ ໂອຕາລິດ. 
ບັນ​ດາ​ຝ່າຍ​ເຫັນ​ດີ ຄວນ​ຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ - ảnh 1ການເຈລະຈາຂອງບັນດາຝ່າຍໃນວັນທີ 27 ເມສາ (ພາບ: TTXVN)

ນີ້ແມ່ນການເຈລະຈາຮອບທີ 4  ໂດຍບັນດາຝ່າຍດຳເນີນ ນັບແຕ່ຕົ້ນເດືອນເມສາ ຜ່ານມາ ເພື່ອແນໃສ່ກອບກູ້ເອົາຂໍ້ຕົກລົງນິວເຄຼຍ ອີຣານ ປະຫວັດສາດ, ເຊິ່ງ ອີຣານ ແລະ ບັນດາປະເທດມະຫາອຳນາດໃນໂລກໄດ້ລົງນາມເມື່ອປີ 2015.

ສິ້ນສຸດການເຈລະຈາ, ທ່ານ  Mikhail Ulyanov ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ສປຊ ຢູ່ ວຽນ ໄດ້ຂຽນໃນສື່ສັງຄົມອອນລາຍ Twitter ໂດຍຊີ້ແຈ້ງວ່າ “ບັນດາຝ່າຍເຂົ້າຮ່ວມ ໄດ້ເຫັນດີເປັນເອກະພາບ ກ່ຽວກັບຄວາມຈຳເປັນ ຕ້ອງຊຸກຍູ້ວິວັດທະນາການດຳເນີນການເຈລະຈາຂໍ້ຕົກລົງນິວເຄຼຍ ຂອງ ອີຣານ”. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ອີຣານ Abbas Araghchi  ໃຫ້ຮູ້ວ່າ ໃນການເຮັດວຽກ, ບັນດາຝ່າຍ ໄດ້ຢ້ຳຄືນຄຳໝັ້ນສັນຍາ ກ່ຽວກັບຄວາມມານະພະຍາຍາມບັນລຸໄດ້ຂໍ້ຕົກລົງໃນອະນາຄົດໃກ້ໆນີ້ ແລະ ຈະສືບຕໍ່ປຶກສາຫາລື ເພື່ອບັນລຸໄດ້ສິ່ງດັ່ງກ່າວ. ຕາມທ່ານແລ້ວ, ຝ່າຍ ອາເມລິກາ ໄດ້ສະແດງໃຫ້ເຫັນຄວາມພ້ອມທີ່ຈະຍົກເລີກບັນດາຄຳສັ່ງລົງໂທດ ສຳລັບ ອີຣານ, ແຕ່ ຝ່າຍ ອີຣານ ປາດຖະໜາຫຼາຍກວ່ານີ້ອີກ. 

ຕອບກັບ

ຂ່າວ/ບົດ​ອື່ນ