ບັນດາມືປືນຍັງບໍ່ທັນຖອນອອກຈາກແຂວງ Idlib, ຊີຣີ ພາຍຫລັງການກຳນົດເວລາສຸດທ້າຍ

(VOVWORLD) - ວັນທີ 15 ຕຸລາ, ອົງການຕິດຕາມສິດທິມະນຸດ ຊີຣີ (SOHR) ໃຫ້ຮູ້ວ່າ: ບໍ່ມີມືປືນຄົນໃດຖອນອອກຈາກເຂດປອດການທະຫານຢູ່ແຂວງ Idlib, ທາງທິດຕາເວັນຕົກສ່ຽງເໜືອ ຊີຣີ, 
ບັນດາມືປືນຍັງບໍ່ທັນຖອນອອກຈາກແຂວງ Idlib, ຊີຣີ ພາຍຫລັງການກຳນົດເວລາສຸດທ້າຍ - ảnh 1(ພາບປະກອບ / AFP/TTXVN 

ເຖິງວ່າຮອດການກຳນົດເວລາສຸດທ້າຍ ເພື່ອໃຫ້ບັນດາກຳລັງຫົວຮຸ້ນແຮງຄັດຄ້ານຕ້ອງຖອນອອກຈາກເຂດນີ້ ຕາມຂໍ້ຕົກລົງລະຫວ່າງ ລັດເຊຍ ແລະ ຕວກກີ. ກ່ອນ 0 ໂມງ 00 ນາທີວັນທີ 15 ຕຸລາ ພຽງ 2, 3 ຊົ່ວໂມງເທົ່ານັ້ນ, ກຸ່ມທຳສົງຄາມສັກສິດໃຫຍ່ຢູ່ Idlib ໄດ້ຖະແຫຼງວ່າ ສືບຕໍ່ສູ້ຮົບ ແຕ່ບໍ່ຍົກອອກທັດສະນະຈະແຈ້ງສຳລັບເລື່ອງຖອນກຳລັງຕາມຂໍ້ຕົກລົງໂດຍການນຳ ລັດເຊຍ - ຕວກກີ ເຫັນດີເປັນເອກະພາບຢູ່ Sochi ປະເທດ ລັດເຊຍ ໃນເດືອນແລ້ວນີ້.

       ຕາມຂໍ້ມູນຂ່າວຈາກອົງການ SOHR ທີ່ມີສຳນັກງານຕັ້ງຢູ່ ອັງກິດ ໃຫ້ຮູ້ວ່າ: ອົງການນີ້ ບໍ່ຮັບຮູ້ບັນດາການເຄື່ອນໄຫວໃດທີ່ໃຫ້ເຫັນວ່າ ບັນດາມືປືນທຳສົງຄາມສັກສິດຖອນອອກຈາກເຂດປອດການທະຫານໃນຈຸດເວລາກ່ອນກາງຄືນ.

ຕອບກັບ

ຂ່າວ/ບົດ​ອື່ນ