ບັນດາມືປືນລຸກຮື້ຂຶ້ນຢູ່ ຊີຣີ ອອກຈາກກຳແພງສຸດທ້າຍຢູ່ Ghouta ຕາເວັນອອກ

(VOVWORLD) - ກຳລັງສາລະວັດທະຫານຂອງ ລັດເຊຍ ຈະບຸກເຂົ້າເທດສະບານ Douma, ໃນຂະນະທີ່ອຳນາດການປົກຄອງ ຊີຣີ ຈະກັບຄືນສູ່ສະຖານທີ່ດັ່ງກ່າວ

ບັນດາມືປືນລຸກຮື້ຂຶ້ນຢູ່ ຊີຣີ ອອກຈາກກຳແພງສຸດທ້າຍຢູ່ Ghouta ຕາເວັນອອກ - ảnh 1ລົດເມ ຂົນສົ່ງບັນດາມືປືນລຸກຮື້ຂຶ້ນ ແລະ ຍາດຕິພີ່ນ້ອງຂອງເຂົາເຈົ້າອອກຈາກເມືອງ Douma

(ພາບ: ສຳນັກຂ່າວສານ ຊິນຮວາ/ TTXVN)

ວັນທີ 1 ເມສາ, ບັນດາມືປືນລຸກຮື້ຂຶ້ນໄດ້ເລີ່ມອອກຈາກເທດສະບານເມືອງ Douma, ເຊິ່ງເປັນກຳແພງສຸດທ້າຍຢູ່ສະຖານທີ່ “ຮ້ອນເຮັ່ງ” Ghouta ຕາເວັນອອກ, ໃກ້ກັບນະຄອນຫຼວງ Damascus ຂອງຊີຣີ. ແລະກໍ່ໃນວັນດຽວກັນ, ສື່ມວນຊົນຂອງປະເທດ ຊີຣີ ປະກາດວ່າ: ກຸ່ມລຸກຮື້ຂຶ້ນ Jaish al Islam ພວມຄວບຄຸມ Douma ບັນລຸໄດ້ບັນດາຂໍ້ຕົກລົງອົບພະຍົບໂດຍ ລັດເຊຍ ເປັນຄົນກາງ. ຂໍ້ຕົກລົງຍົກຍ້າຍບັນດາມືປືນລຸກຮື້ຂຶ້ນຖອນຕົວອອກຈາກ Douma ບັນລຸໄດ້ພາຍຫຼັງການເຈລະຈາເປັນເວລາຫຼາຍວັນເພື່ອຢຸດຕິສະພາບການທີ່ນອງເລືອດນີ້.

        ຕາມຂໍ້ຕົກລົງນີ້ແລ້ວ, ບັນດາມືປືນຂອງ Jaish al Islam ພ້ອມກັບຍາດຕິພີ່ນ້ອງ ແລະ ສາມັນຊົນ ຈະຖືກຍົກຍ້າຍໄປຍັງບັນດາເຂດທີ່ທະຫານລຸກຮື້ຂຶ້ນ ຢຶດຄອງຢູ່ແຂວງ Aleppo, ທາງພາກເໜືອຂອງ ຊີຣີ. ກຳລັງສາລະວັດທະຫານຂອງ ລັດເຊຍ ຈະບຸກເຂົ້າເທດສະບານ Douma, ໃນຂະນະທີ່ອຳນາດການປົກຄອງ ຊີຣີ ຈະກັບຄືນສູ່ສະຖານທີ່ດັ່ງກ່າວ. ຂໍ້ຕົກລົງຍັງລວມມີເລື່ອງສ້າງຕັ້ງສະພາທ້ອງຖິ່ນ ໂດຍໄດ້ຮັບການຮັບຮອງເອົາຈາກລັດຖະບານ ຊີຣີ ຢູ່ Douma. ສະພານີ້ຈະເຄື່ອນໄຫວພາຍຫຼັງກຳລັງທະຫານກະບົດຖອນຕົວອອກຈາກແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ