ບັນດາມະຫາວິທະຍາໄລແລະວິສາຫະກິດອີຕາລີມຸ່ງໄປເຖິງຕະຫລາດຫວຽດນາມ

ບັນດາມະຫາວິທະຍາໄລແລະວິສາຫະກິດອີຕາລີມຸ່ງໄປເຖິງຕະຫລາດຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ​​ ​ ບັນດາ​ມະຫາ​ວິທະຍາ​ໄລ ​ແລະ ວິ​ສາ​ຫະກິດ​ຕ່າງໆ​ຂອງ ອີ​ຕາ​ລີ ຈະ​ມີກົນ​ໄກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ ໃນການ​ໜູນ​ຊ່ວຍ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ ​ເພື່ີອ​ແນ​ໃສ່​ເພີ່ມ​ທະວີ​ການມີໜ້າຢູ່ ຫວຽດນາມ, ຜ່ານ​ນັ້ນ ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ດ້ານການ​ຄ້າ, ​ເສດຖະກິດ​ລະຫວ່າງ 2 ປະ​ເທດ. ນີ້​ແມ່ນ​ເນື້ອ​ໃນ​ຂໍ້​ຕົກລົງ ທີ່ຫາ​ກໍ​ໄດ້​ລົງ​ນາມ​ລະຫວ່າງຜູ້ຕາງໜ້າ​ມະຫາວິທະຍາ​ໄລ Unimore ​ແລະ ຫ້ອງການ​ການ​ຄ້າ - ອຸດສາຫະກຳ ​ເຂດ Emilia – Romagna, ອີ​ຕາ​ລີ ​ເໜືອ, ​ໃນ​ວັນ​ທີ 25/11 ຢູ່​ນະຄອນ Modena ​ພາຍ​ໃຕ້ການ​ເປັຮ​ສັກຂີ​ພິຍານ​ຂອງ​ທ່ານ ກາວ​ຈິ໋ງທ້ຽນ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອີ​ຕາ​ລີ ​ແລະ ທ່ານນາງ Cecilia Piccioni ​ເອກ​ອັກຄະ​ລັດຖະທູດ ອີ​ຕາ​ລີ ປະຈຳ ຫວຽດນາມ. ຕາມ​ຂໍ້​ຕົກລົງ​ແລ້ວ ບັນດາ​ນັກ​ສຶກສາ ຫວຽດນາມ ຈະ​ໄດ້​ຮັບ​ການ ໜູນ​ຊ່ວຍ​ຄ່າ​ຮຽນ ​ແລະ ຝິກງານ​ໃນ​ບັນດາ​ວິ​ສາ​ຫະກິດ​ເຂດ Emilia – Romagna ຂອງ ອີ​ຕາ​ລີ. ຄຽງ​ຂ້າງ​ນັ້ນ, ບັນດາ​ວິ​ສາ​ຫະກິດ ​ແລະ ມະຫາວິທະຍາ​ໄລ ກໍ​ຈະ​ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ, ກອງ​ປະຊຸມ​ສຳ​ມະ​ນາ, ​ໃຫ້​ຄຳປຶກສາ​ວິທະຍາສາດ ​ເພື່ອ​ເຂົ້າ​ໃຈ​ແຈ້ງ​ກ່ວາ ຄວາມ​ຕ້ອງການ, ຄວາມ​ສາມາດ​ຂອງ​ກັນ​ໃນ​ການ​ສຳ​ພັດກັບ​ຕະຫລາດ ຫວຽດນາມ.

 



ຂ່າວ/ບົດ​ອື່ນ