ບັນດາມາດຕະການລົງໂທດໃຫມ່ຂອງ ຝ່າຍຕາເວັນຕົກຈະບໍ່ເຮັດໃຫ້ ອີຣານ ປະລະບັນດາສິດກ່ຽວກັບ ນ

(vovworld) - ວັນ​ທີ 7/2 ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອີຣານ Ramin Mehmanparast ​ໃຫ້​ຮູ້​ວ່າ: ບັນດາ​ມາດ​ຕະການ​ລົງ​ໂທດ​ໃຫມ່​ຂອງ ຝ່າຍ​ຕາ​ເວັນ​ຕົກ​ຈະ​ບໍ່​ເຮັດ​ໃຫ້ ອີຣານ ປະລະ​ບັນດາ​ສິດ​ກ່ຽວ​ກັບ ນິວ​ເຄຼຍ​ໄດ້. ກະຊວງ​ການ​ຕ່າງປະ​ເທດ ອີຣານ ຢືນຢັນວ່າ ບໍ່​ມີ​ປະ​ເທດ​ໃດ​ຫລື​ອິດ​ທິກຳລັງ​ໃດ ສາມາດຢຶດ​ເອົາ​ສິດ​ກ່ຽວ​ກັບ​ນິວ​ເຄຼຍຂອງ​ປະ​ເທດ​ນີ້​ໄດ້. ທ່ານ Mehamanparast ຖື​ວ່າ: ບັນດາ​ມາດ​ຕະການ​ລົງ​ໂທດ ​ແມ່ນ​​ການ​ກະທຳ​ຜິດ​ພາດ ບໍ່​ນຳ​ມາ​ຊຶ່ງ​ໝາກຜົນ​ໃດ​​ໃຫ້​ແກ່​ການ​ນຳ​ອາ​ເມ​ລິ​ກາ ​ແລະ ​ຝ່າຍ​ຕາ​ເວັນ​ຕົກ. ກ່ຽວຂ້ອງ​ເຖິງ​ບັນຫາ​ລົງ​ໂທດ​​ຕໍ່ຂົງ​ເຂດນ້ຳມັນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອີຣານ Mehmanparast ຢືນຢັນວ່າ ຄຳ​ສັ່ງ​ຂວ້ຳ​ບາດ​ດ້ານ​ນ້ຳມັນ​ທີ່​ມີ​ຕໍ່ ອີຣານ ຂອງ ສະຫະພາບ​ເອີ​ລົບ ຫລື ອີ​ຢູ ຈະ​ສົ່ງ​ຜົນກະທົບ​ເຖິງ ປະຊາຊົນ​ເອີ​ລົບ​ເອງ./.

 

                                    

ຕອບກັບ

ຂ່າວ/ບົດ​ອື່ນ