ບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ G20 ເລີ່ມຕົ້ນດຳເນີນປະຊຸມຢູ່ ຍີ່ປຸ່ນ

(VOVWORLD) - ວັນທີ 08 ມິຖຸນາ, ບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ໄດ້ເລີ່ມຕົ້ນດຳເນີນກອງປະຊຸມຢູ່ນະຄອນ Fukuoka ຂອງປະເທດ ຍີ່ປຸ່ນ. 

ດ້ວຍຖານະເປັນປະເທດເຈົ້າພາບຈັດກອງປະຊຸມ, ຍີ່ປຸ່ນ ໄດ້ສະເໜີ 3 ຫົວຂໍ້ຕົ້ນຕໍໃຫ້ບັນດາກອງປະຊຸມປຶກສາຫາລື: ບັນດາຄວາມສ່ຽງ ແລະ ສິ່ງທ້າທາຍສຳລັບເສດຖະກິດທົ່ວໂລກ; ບັນດາການກະທຳລະອຽດເພື່ອເພີ່ມທະວີຄວາມສາມາດບົ່ມຊ້ອນການເຕີບໂຕໃນໄລຍະກາງ; ບັນດາປະຕິກິລິຍານະໂຍບາຍສຳລັບບັນດາການປ່ຽນແປງທາງດ້ານເສດຖະກິດ ແລະ ສັງຄົມໂດຍເລີ່ມຈາກການປ່ຽນແປງໃໝ່ເຕັກໂນໂລຊີ ແລະ ຫັນເປັນໂລກາພິວັດ.

ຕອບກັບ

ຂ່າວ/ບົດ​ອື່ນ