ບັນ​ດາ​ລາຍ​ການ​ເຄື່ອນ​ໄຫວ​ດຶງ​ດູດ​ໃຈ​ໃນ​ງານ​ລາ​ຕີ​ຢູ່ ມົກ​ເຈົາ

(VOVWORLD) - ລາຍການສະແດງສິລະປະພິເສດສະເພາະ “ສຽງແຄນຂອງຊາວເຜົ່າມົ້ງ” ຈັດຂຶ້ນຢູ່ເຂດທ່ອງທ່ຽວ ມົກເຈົາ Island ແຫ່ງທີ່ມີຂົວແກ້ວ ແບກລອງ ທີ່ມີລວງຍາວກ່ວາໝູ່ໃນໂລກ.
ບັນ​ດາ​ລາຍ​ການ​ເຄື່ອນ​ໄຫວ​ດຶງ​ດູດ​ໃຈ​ໃນ​ງານ​ລາ​ຕີ​ຢູ່ ມົກ​ເຈົາ - ảnh 1

(ພາບ: VOV)

   ໃນຂອບເຂດສັບປະດາວັດທະນະທຳທ່ອງທ່ຽວປີ 2020, ຕອນຄ່ຳວັນທີ 1 ກັນຍາ, ຢູ່ເຂດພູພຽງ ມົກເຈົາ (ແຂວງ ເຊີນລາ) ໄດ້ຈັດບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ, ກິລາກາຍະກຳພິເສດ ອັນໄດ້ດຶງດູດ ປຊຊ, ແຂກທ່ອງທ່ຽວມາເຂົ້າຢ້ຽມຊົມເປັນຈຳນວນຫຼວງຫຼາຍ.

ພົນເດັ່ນຂຶ້ນແມ່ນລາຍການສະແດງສິລະປະພິເສດສະເພາະ “ສຽງແຄນຂອງຊາວເຜົ່າມົ້ງ” ຈັດຂຶ້ນຢູ່ເຂດທ່ອງທ່ຽວ ມົກເຈົາ Island ແຫ່ງທີ່ມີຂົວແກ້ວ ແບກລອງ ທີ່ມີລວງຍາວກ່ວາໝູ່ໃນໂລກ. ນະທີ່ນີ້, ບົນເວທີສະແດງທີ່ມີສີສັນຫຼາຍຫຼາຍ, ບັນດານັກສະແດງໄດ້ສະແດງບັນດາລາຍການຮ້ອງລຳທຳເພງທີ່ມີຊີວິດຊີວາ ສະແດງໃຫ້ເຫັນການດຳເນີນຊີວິດ, ທຳການຜະລິດຂອງຊາວເຜົ່າມົ້ງ ແລະ ບັນດາຊົນເຜົ່ນອື່ນໆຢູ່ ມົກເຈົາ.

ຕອບກັບ

ຂ່າວ/ບົດ​ອື່ນ