ບັນດາວິສາຫະກິດຂະໜາດກາງແລະນ້ອຍມີບົດບາດສຳຄັນຕໍ່ສະຖຽນລະພາບປະເທດຊາດ

ບັນດາວິສາຫະກິດຂະໜາດກາງແລະນ້ອຍມີບົດບາດສຳຄັນຕໍ່ສະຖຽນລະພາບປະເທດຊາດ - ảnh 1
​ທ່ານ​ປະທານ​ປະ​ເທດເຈືອງ​ເຕີ້​ນຊາງພົບ​ປະສັງ​ສັນ​ກັບນັກ​ທຸລະ​ກິດ​ທີ່​ດີ​ເດັ່ນ
(ພາບ: NguyenKhang/TTXVN)

(vovworld) - ບັນດາ​ວິສາ​ຫະກິດຂະໜາດ​ກາງ​ ແລະ ນ້ອຍ ມີ​ບົດບາດ​ທີ່ສຳຄັນ​ຕໍ່​ສະຖຽນ​ລະ​ພາບ​ ແລະ​ ການພັດທະນາ​ເສດຖະກິດ - ​ສັງຄົມ​ຂອງ​ປະ​ເທດ​ຊາດ ນັ້ນ​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ້​ນຊາງ ໃນການ​ພົບ​ປະສັງ​ສັນ​ກັບນັກ​ທຸລະ​ກິດ​ທີ່​ດີ​ເດັ່ນ 100 ຄົນ ​ເຊິ່ງ​ເປັນ​ຜູ້​ຕາງ​ໜ້າ​ໃຫ້​ວິ​ສາ​ຫະກິດ​ໃນ​ທົ່ວ​ປະ​ເທດ ກ່ວາ 500.000 ​ແຫ່ງ, ຊຶ່ງດຳ​ເນີນ​ໃນຕອນ​ບ່າຍ​ວັນ​ທີ 16/7, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 10 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ ຫວຽດນາມ (19/7/2005 – 19/7/2015). ທີ່​ການ​ພົບ​ປະ​ສັງ​ສັນ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​​ເຕີ້​ນຊາງ ຊີ້​ແຈ້ງວ່າ: ​ເລີ່​ມ​ແຕ່ວັນ​ທີ 1/1/2016 ​ເປັນ​ຕົ້ນ​ມາ ຫວຽດນາມ ​ເຂົ້າ​ຮ່ວມຢ່າງ​​ເປັນທາງ​ການ​ສັນຍາ​ການ​ຄ້າ​ເສລີ​ກັບ​ພາກ​ພື້ນ ​ແລະ ສາກົນ, ພ້ອມ​ກັບ​ບັນດາ​ກາລະ​ໂອກາດ​ໃຫຍ່​ຍັງ​ມີ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ບັນດາ​ວິ​ສາ​ຫະກິດ​ຂະໜາງ​ກາງ ​ແລະ ນ້ອຍ​ຕ້ອງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ມີ​ຍຸດ​ທະ​ສາດ​ພັດທະນາ​ອັນ​ຍາວ​ນານ, ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ, ອຸປະ​ກອນ, ປ່ຽນ​ໃໝ່​ການ​ຄຸ້ມຄອງ; ຍົກ​ລະດັບ​ສີມື​ແຮງ​ງານ, ຄວາມ​ສາມາດອອກ​ແບບ, ປ່ຽນ​ໃໝ່​ຜະລິດ​ຕະພັນ​ສິນຄ້າ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຕະຫລາດ​ພາຍ​ໃນ ​ແລະ ຕ່າງ​ປະ​ເທດ, ຍົກ​ສູງ​ຄຸນ​ນະພາ​ບ, ມີ​ປະສິດທິ​ຜົນ, ກຳລັງ​ແກ່ງ​ແຍ້​ງ, ພ້ອມ​ກັນ​ນັ້ນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຮ່ວມ​ທຸລະ​ກິດ, ຮ່ວມ​ສຳພັນ​ ກັບ​ບັນດາວິ​ສາ​ຫະກິດ​ຂະໜາດ​ກາງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ເຂົ້າ​ຮ່ວມ​ໃນ​ບັນດາມູນ​ຄ່າຂອງບັນດາ​ຂະ​ແໜງ, ບັນດາ​ຜະລິດ​ຕະພັນ​ໃຫຍ່.​ ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ: ພັກ, ລັດ ​ແລະ ທັງ​ສັງຄົມ​ຍາ​ມ​ໃດ​ກໍ​ເອົາ​ໃຈ​ໃສ່​ສ້າງ​ເງື່ອນ​ໄຂ, ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ພັດທະນາ, ພ້ອມ​ທັງ​ບັນດາ​ວິ​ສາ​ຫະກິດ, ບັນດາ​ສະຫະ​ສະມາຄົມ​ຕ້ອງ​ສະ​ເໜີ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ສິ່ງ​ທີ່​ຄ້າງ​ຄາຢ່າງ​ທັນ​ການ ​ເພື່ອ​ດຳ​ເນີນ​ການເຄື່ອນ​ໄຫວ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນກ່ວາ.

ຂ່າວ/ບົດ​ອື່ນ