ບັນດາວິສາຫະກິດສ.ເກົາຫຼີເກ້ຍກ່ອມອາເມລິກາສະໜັບສະໜູນເປີດປະຕູເຂດອຸດສາຫະກຳ Kaesong ຄືນໃໝ່

(VOVWORLD) -ບັນດານັກທຸລະກິດໄດ້ນຳສະເໜີຕໍ່ສະພາແຫ່ງຊາດ ແລະ ລັດຖະບານອາເມລິກາ ກ່ຽວກັບຄຸນຄ່າສັນຕິພາບຂອງເຂດອຸດສາຫະກຳ Kaesong, ຄວາມຈຳເປັນຂອງເລື່ອງຕ້ອງເຊື່ອມຕໍ່ການເຄື່ອນໄຫວຂອງເຂດອຸດສາຫະກຳຄືນໃໝ່.
ບັນດາວິສາຫະກິດສ.ເກົາຫຼີເກ້ຍກ່ອມອາເມລິກາສະໜັບສະໜູນເປີດປະຕູເຂດອຸດສາຫະກຳ Kaesong ຄືນໃໝ່ - ảnh 1ເຂດອຸດສາຫະກຳ Kaesong
(ພາບ: Yonhap/ TTXVN)

ຄະນະຜູ້ແທນບັນດາວິສາຫະກິດສ.ເກົາຫຼີ ທີ່ລົງທຶນຢູ່ເຂດອຸດສາຫະກຳ Kaesong  ລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ໄປຢ້ຽມຢາມນະຄອນຫຼວງ ວໍຊິງຕັນ, ປະເທດອາເມລິກາ. ການຢ້ຽມຢາມຖືກດຳເນີນພາຍຫຼັງ ເຂດອຸດສາຫະກຳຖືກປິດປະຕູເປັນເວລາ 3 ປີນັບແຕ່ເດືອນ ກຸມພາ 2016 ເປັນຕົ້ນມາ. ຕອນບ່າຍວັນທີ 11 ມິຖຸນາ, ບັນດານັກທຸລະກິດໄດ້ເຂົ້າຮ່ວມພິທີແນະນຳກ່ຽວກັບເຂດອຸດສາຫະກຳ Kaesong ໂດຍທ່ານ Matt Salmo, ປະທານອະນຸກຳມະການອາຊີ - ປາຊີຟິກ, ຂຶ້ນກັບກຳມາທິການການຕ່າງປະເທດສະພາຕ່ຳອາເມລິກາ ຈັດຕັ້ງ. ບັນດານັກທຸລະກິດໄດ້ນຳສະເໜີຕໍ່ສະພາແຫ່ງຊາດ ແລະ ລັດຖະບານອາເມລິກາ ກ່ຽວກັບຄຸນຄ່າສັນຕິພາບຂອງເຂດອຸດສາຫະກຳ Kaesong, ຄວາມຈຳເປັນຂອງເລື່ອງຕ້ອງເຊື່ອມຕໍ່ການເຄື່ອນໄຫວຂອງເຂດອຸດສາຫະກຳຄືນໃໝ່. ນີ້ແມ່ນຄັ້ງທຳອິດທີ່ສະພາແຫ່ງຊາດອາເມລິກາ ຮັບຟັງຜູ້ຕາງໜ້າບັນດາວິສາຫະກິດສ.ເກົາຫຼີ ແນະນຳກ່ຽວກັບເຂດອຸດສາຫະກຳດັ່ງກ່າວ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 11 ມິຖຸນາ, ສະພາແຫ່ງຊາດໄດ້ຝາກເງິນຊ່ວຍເຫຼືອທີ່ມີມູນຄ່າ 8 ລ້ານ USD ໃຫ້ບັນດາອົງການຂອງສະຫະປະຊາຊາດ ເພື່ອແນໃສ່ໜູນຊ່ວຍການແກ້ໄຂສະພາບຂາດທາດບຳລຸງຂອງເດັກນ້ອຍ; ແກ້ໄຂບັນດາບັນຫາສາທາລະນະສຸກສຳລັບເດັກນ້ອຍ ແລະ ແມ່ຍິງຖືພາ.

ຕອບກັບ

ຂ່າວ/ບົດ​ອື່ນ