ບັນດາສສຊອາເມລິກາສະເໜີສ້າງຕັ້ງກຳມາທິການສືບສວນແລະຕິດຕາມກວດກາຂໍ້ຕົກລົງນິວຄະເລຍອີຣານ

ບັນດາສສຊອາເມລິກາສະເໜີສ້າງຕັ້ງກຳມາທິການສືບສວນແລະຕິດຕາມກວດກາຂໍ້ຕົກລົງນິວຄະເລຍອີຣານ - ảnh 1
ສະພາສູງ ອາເມລິກາ (ພາບ: AP)

(vovworld) - ສະ​ມາ​ຊິກ​ລັດຖະສະພາ​ໜ່ວຍ​ໜຶ່ງ​ທີ່​ຂຶ້ນ​ກັບ​ພັກສາ​ທາ​ລະນະ​ຂອງສະພາ​ຕຳ່​ອາ​ເມ​ລິ​ກາ ຫາ​ກໍ່​ສະ​ເໜີ​ສ້າງ​ຕັ້ງ​ກຳມາ​ທິການ​ຕິດຕາມ​ກວດກາ​ແຜນດຳ​ເນີນ​ງານ​ຮອບດ້ານ​ລວມ  (JCPOA), ​ເຊິ່ງ​ແມ່ນອົງການ​ຈະ​ຮັບຜິດຊອບໜ້າ​ທີ່​ສືບສວນ ແລະ​ຕິດຕາມ​ກວດກາ​ຂໍ້​ຕົກລົງ​ນິວຄະ​ເລຍ​​ເຊິ່ງ ອີຣານ ​ແລະ ກຸ່ມ P5+1 ( ​ເຊິ່ງລວມມີ​ອັງກິດ, ຝລັ່ງ, ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ ​ແລະ ​ເຢຍລະ​ມັນ) ບັນລຸ​ໄດ້​ເມື່ອ​ເດືອນ 7/2015. ​ໂດຍ​ລະອຽດ​ແມ່ນ​ກຳມາ​ທິການ​ນີ້​ສາມາດ​ສືບສວນ​ເລື່ອງ​ປະຕິບັດ​ຂໍ້​ຕົກລົງ​ນິວຄະ​ເລຍດັ່ງກ່າວ ​ແລະ ສະໜອງ​ບົດ​ລາຍ​ງານ​ປະຈຳ​ປີ, ​ໃນ​ນັ້ນ​ມີ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ເສີມ​ທາດ ຢູຣານຽມ.

        ​ບັນດາ​ສະມາຊິກ​ລັດຖະສະພາ​ຂອງ​ພັກສາທາລະນະ​ຍື່ນ​ສະ​ເໜີ​ຮ່າງກົດໝາຍ​ນີ້ໃນ​ສະພາບ​ທີ່ບັນດາ​ມາດ​ຕະການ​ລົງ​ໂທດ​ເລັ່ງ​ໃສ່ ອີຣານ​ໃກ້​ຈະ​ຖືກ​ຍຸບ​ເລີກຕາມ​ຂໍ້​ຕົກລົງ JCPOA.

ຂ່າວ/ບົດ​ອື່ນ