ບັນດາສະມາຄົມອົງການຈັດຕັ້ງຫວຽດນາມຢູ່ຝະລັ່ງຄັດຄ້ານເລື່ອງຈີນປະຕິບັດບິນການທົດລອງໄປຍັງຫີນຈືເທີ້ບ

ບັນດາສະມາຄົມອົງການຈັດຕັ້ງຫວຽດນາມຢູ່ຝະລັ່ງຄັດຄ້ານເລື່ອງຈີນປະຕິບັດບິນການທົດລອງໄປຍັງຫີນຈືເທີ້ບ - ảnh 1
(ພາບ: AFP)

(vovworld) - ວັນ​ທີ 18/01 ບັນດາ​ສະມາຄົມ ອົງການ​ຈັດ​ຕັ້ງ ຫວຽດນາມ ປະຈຳ ຝະລັ່ງ ​ແລະ ​ເພື່ອນ​ມິດ ຝະລັ່ງ ​ໄດ້ອອກ​ຖະ​ແຫຼ​ງກ່າວ​ປະນາມ​ບັນດາ​ການບິນ​ທົດ​ລອງ​ໄປ​ຍັງ​ສະໜາມ​ບິນ ຊຶ່ງ​ ຈີນ ກໍ່ສ້າງ​ຢ່າງຜິດ​ກົດໝາຍ​ໃນ​ຫີນ ຈື​ເທີ້ບ ຂຶ້ນ​ກັບ​ໝູ່​ເກາະ ​ເຈື່ອງ​ຊາ ຂອງ ຫວຽດນາມ. ຖະ​ແຫຼ​ງການ​ຊີ​ແຈ້ງວ່າ ບັນດາ​ສະມາຄົມ ອົງການ​ຈັດ​ຕັ້ງ​ທີ່​ຕາງໜ້າ​​ໃຫ້​ຊາວ ຫວຽດນາມ ​ແລະ ​ເພື່ອນ​ມິດ​ຂອງ ຫວຽດນາມ ຢູ່ ຝະລັ່ງ ກ່ວາ 300.000 ຄົນ ​ເດັດດ່ຽວ​ກ່າວ​ປະນາມ​ບັນດາ​ການບິນ​ທົດ​ລອງ​ດັ່ງກ່າວ​ຂອງ ຈີນ; ພ້ອມ​ທັງ, ຢືນຢັນ​ບັນ​ດາ​ການ​ກະທຳ​ອັນຕະລາຍ​ນີ້​ຂອງ ບັກ​ກີ່​ງ ​ໄດ້ລະ​ເມີດ​ກົດໝາຍ​ສາກົນ​ຢ່າງ​ຮ້າຍ​ແຮງ ພິ​ເສດ​ແມ່ນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​​ທະ​ເລ (UNCLOS), ຕາມ​ນັ້ນ​ແລ້ວ ຫ້າມ​​​ທຸກ​ການ​ກະທຳພຽງ​ລຳພັງ​ຝ່າຍ​ດຽວ ​ເພື່ອ​ແນ​ໃສ່ປ່ຽນ​ແປງສະພາບ​ການ​ໃນ​ພາກ​ພື້ນ. ຖະ​ແຫຼງ​ການ​ຮຽກຮ້ອງປະຊາ​ຄົມ​ສາກົນ​ພ້ອມ​ກັນ​ຄັດຄ້ານ​ບັນດາ​ການ​ກະທຳ​ເກາະ​ຜິດ​ຂອງ ຈີນ ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ, ຄວາມມີສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ​ແລະ ​ສັນຕິພາບ​ໃນ​ໂລກ.

 

ຂ່າວ/ບົດ​ອື່ນ