ບັນດາສະມາຊິກAPECສະຫນັບສະຫນູນປີAPEC2017ຢູ່ຫວຽດນາມ

ບັນດາສະມາຊິກAPECສະຫນັບສະຫນູນປີAPEC2017ຢູ່ຫວຽດນາມ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ APEC

(vovworld)-  ກອງ​ປະ​ຊຸມ​ສຸດຍອດຄັ້ງ​ທີ 24 ຂອງ​ເວ​ທີ​ປ​າ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ ປາ​ຊີ​ຟີກ (APEC) ໄດ້​ສິ້ນ​ສຸດ​ໃນ​ວັນ​ທີ 21/11 ຢູ່ ສູນກອງ​ປະ​ຊຸມ Lima ປະ​ເທດ ເປ​ຣູ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີງ​ມີງ ໄດ້​ເນັ້ນ​ຫນັກ​ວ່າ: ບັນ​ດາ​ສະ​ມາ​ຊິກ ກໍ​ຄື​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່, ການ​ສະຫນັບ​ສະ​ຫນູນ​ຢ່າງ​ແຮງ ແລະ ນັບ​ທັງ​ຄວາມ​ຫວັງ​ຕໍ່​ປີ APEC 2017 ຊື່ງ​ແມ່ນ​ປີ​ທີ່​ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຟ້າມ​ບີງ​ມີງ ຢືນ​ຢັນ​ວ່າ: ເລື່ອງ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ປີ APEC 2017 ແມ່ນ​ບຸ​ລິ​ມະ​ສິດ​ຫນຶ່ງ​ຂອງ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ເພື່ອ​ຜັນ​ຂະ​ຫຍາຍ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ, ຍົກ​ການ​ຕ່າງ​ປະ​ເທດ​ຫລາຍ​ຝ່າຍ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່. ບັນ​ດາ​ສະ​ມາ​ຊິກ APEC ເຫັນ​ດີ​ຕໍ່​ຂໍ້​ສະ​ເຫນີ​ຂອງ​ ຫວຽດ​ນາມ​ກ່ຽວ​ກັບ​ຫົວ​ຂໍ້ “ສ້າງ​ກຳ​ລັງ​ຫນູນ​ໃຫມ່ ພ້ອມ​ກັນ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ອະ​ນາ​ຄົດ​ລວມ”, ມຸ່ງ​ໄປ​ສູ່​ການ​ບຸ​ລິ​ມະ​ສິດ​ກໍ​ຄ​ື​ແຜນ​ການ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃຫ້​ທັງ​ປີ. ສິ່ງ​ດັ່ງ​ກ່າວ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ຫວັງ​ລວມ​ຂອງ​ບັນ​ດາ​ສະ​ມາ​ຊິກ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ໃຫ້​ປີ 2017 ຈະ​ສ້າງ​ກຳ​ລັງ​ຫນູນ​ໃຫມ່​ຊ່ວຍ​ໃຫ້ APEC ​ສ້າງ​ທ່າ​ເຕີບ​ໂຕ​ເສດ​ຖະ​ກິດແລະ ການ​ຄ້າ​ຄືນ​ໃຫມ່, ເປີດກວ້າງ​ການ​ຮ່ວມ​ມື​ໄປ​ສູ່​ຂົງ​ເຂດ​ໃຫມ່ ແລະ ເຮັດ​ໃຫ້​ການ​ຮ່ວມ​ສຳ​ພັນ​ໃນ​ພາກ​ພື້ນ​ເລິກ​ເຊິ່ງກວ່າ, ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ການ​ພັດ​ທະ​ນາ​ໃຫມ່​ຂອງ​ບັນ​ດາ​ສະ​ມາ​ຊິກ. ມີ​ສະ​ມາ​ຊ​ິກ  APEC ຫລາຍ​ປະ​ເທດ​ປາດ​ຖະ​ຫນາ​ຢາກ​ເພີ່ມ​ທະ​ວີ ແລະ ຍົກ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ກັບ​ຫວຽດ​ນາມ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບູ່ຍ​ແທງ​ເຊີນ ກໍ​ໃຫ້​ຮູ້​ວ່າ: ໃນ​ຖາ​ນະ​ແມ່ນ​ປ​ະ​ເທດ​ເຈົ້າ​ພາບ​ຂອງ​ປີ APEC 2017, ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ມີ​ການ​ປະ​ກອບ​ສ່ວນ​ຫລາຍ​ຢ່າງ​ທີ່​ຕັ້ງ​ຫນ້າ, ພົ້​ນ​ເດັ່ນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວມ​ຂອງ​ປີ APEC 2016.


ຕອບກັບ

ຂ່າວ/ບົດ​ອື່ນ