ບັນດາສະມາຊິກສະພາແຫ່ງຊາດອາເມລິກາຕຳນີຕິຕຽນເລື່ອງຈີນຊອກຫາວິທີເພື່ອຄວບຄຸມເງິນຕາ

ບັນດາສະມາຊິກສະພາແຫ່ງຊາດອາເມລິກາຕຳນີຕິຕຽນເລື່ອງຈີນຊອກຫາວິທີເພື່ອຄວບຄຸມເງິນຕາ - ảnh 1
(ພາບປະກອບ)

​​(vovworld) – ຂໍ້​ຕົກລົງ​ຂ​ອງທະ​ນາ​ຄານ​ສູນ​ກາງ​ຈີນ ​ໄດ​​້ດັດປັບ​ອັດຕາ​ເງິນ​ຢວນ 1,9% ​ໃນວັນ​ທີ​ 11/08 ​ແລະ ຫຼຸ​ດລົງ​ຕື່ມ​ອີກ 1,6% ​​ໃນ​ວັນ​ທີ 12/08, ບັນຫາ​ນີ້ສືບ​ຕໍ່​ສ້າງ​​ຄວາມ​ສົນ​ໃຈ​​ໃນຫາງ​ສຽງ ​ແລະ ວົງການ​ການ​ເມືອງອາ​ເມ​ລິ​ກາ ​ໃນ​ວັນ​ທີ 12/08. ບັນດາ​ນັກ​ສ້າງ​ກົດໝາຍທີ່​ມີ​ປະສົບ​ການ​​ເປັນ​ເວລາຫຼາຍ​ປີຂອງ​ທັງ​ພັກສາ​ທາ​ລະນະ​ລັດ ​ແລະ ພັກ​ປະຊາທິປະ​ໄຕອາ​ເມ​ລິ​ກາ ​​ໄດ້​ອອກ​ຖະ​ແຫຼ​ງຮ່ວມ ຄັດຄ​້ານ​ເລື່ອງ​ທະນາຄານ​ສູ​ນກາງ​ຈີນ ດັດ​ປັບ​ອັດຕາ​ເງິນ​ຢວນ ​ໂດຍ​ບັງ​ເອີ້ນ, ຖື​ວ່າ, ນີ້​ແມ​່ນຫຼັກ​ຖານ​ໃໝ່​ສຸດ​ຊີ້​​ໃຫ້​ເຫ​ັນວ່າ, ບໍ່​ສາມາດ​​ເຊື່ອ​ໝັ້ນ​ນະ​ໂຍບາຍ​ເງິນຕາ​ຂອງ​ປັກ​ກິ​ງ ​ໄດ້. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຖື​ວ່າ, ​ເລື່ອງ​ຫຼຸດ​ອັດຕາ​ເງິນ​ຢວນ ​ແມ່ນ​ບາດ​ກ້າວ​ໃໝ່​ໃນ​ແຜນ​ນະ​ໂຍບາຍ​ຂອງ​ຈີນ ​ເພື່ອ​ແນ​ໃສ່​ຍາດ​ແຍ່ງ​ທ່າ​​ແຮງ​ໃນການ​ສົ່ງ​ອອກ.

ຂ່າວ/ບົດ​ອື່ນ