ບັນດາຫົວໜ້າການແຫ່ຂະບວນປະທ້ວງຢູ່ຮົງກົງ(ຈີນ)ອອກຍອມຈຳນົນ

ບັນດາຫົວໜ້າການແຫ່ຂະບວນປະທ້ວງຢູ່ຮົງກົງ(ຈີນ)ອອກຍອມຈຳນົນ - ảnh 1
(ພາບ​ປະ​ກອບ​ຈ​າກ Reuters)

(vovworld) – 3 ຄົນ​ລິ​ເລີ່ມ​ຂະ​ບວນ​ການ​ແຫ່​ຂະ​ບວນ​ປະ​ທ້ວງ “ຢືດ​ຄອງ​ສູນ​ກາງ” ຢູ່​ເຂດ​ປົກ​ຄອງ​ພິ​ເສດ ຮົງ​ກົງ (ຈີນ) ໄດ້​ອອກຍອມ​ຈຳ​ນົນ​ພາຍຫຼັງ​ຮຽກ​ຮ້ອງ​ຢຸດ​ຕິ​ການ​ແຫ່​ຂ​ະ​ບວນ​ປະ​ທ້ວງ​ຢູ່​ຕາມ​ຖະ​ໜົນ. 3 ບຸກ​ຄົນ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ: ເຂົາ​ເຈົ້າ​ອອກ​​ຍອມ​ຈຳ​ນົນ​ແມ່ນ​ຍ້ອ​ນ​ຢາກ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ບັນ​ດາ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ ແລະ ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາ​ລົບ​ກົດ​ໝາຍ. ພາຍຫຼັງ​ອອກ​ຍອມ​ຈຳ​ນ​ົນ ແລະ ​ແຈ້ງ​ລາຍ​ງານ​ກັບຕຳຫຼວດ, ທັງ 3 ຄົນ​ໄດ້​​ຮັບ​ການປ່ອຍ​ຕົວ​ເປັນ​ອິດ​ສະຫລະ​ໃນ​ທັນ​ທີ. ນອກ​ຈາກ 3 ບຸກ​ຄົນ​ດັ່ງ​ກ່າວ, ຍັງ​ມີ​ນັບ​​ສິບ​ຄົນກໍ່​ມີ​ແຜນ​ການ​ຈະ​​ອອກຍອມ​ຈຳ​ນົນ​. ຂະ​ບວນ​ການ “ຢືດ​ຄອງ​ສູນ​ກາງ” ເກີດ​ຂຶ້ນ​ຢູ່ ຮົງ​ກົງ​ນັບ​ແຕ່​ວັນ​ທີ 28/9, ກໍ່​ຄວາມ​ສັບ​ສົນ​ທາງ​ຄົມ​ມະ​ນາ​ຄົມ, ກໍ່​ຜົນ​ສະ​ທ້ອນ​ເຖິງ​ຂະ​ແໜງ​ທ່​ອງ​ທ່ຽວ​ເຊິ່ງ​ແມ່ນ​ຂະ​ແໜງ​ປາຍ​ແຫຼມ, ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ, ພິ​ເສດ​ແມ່ນ​ຕະຫຼາດ​ອາ​ສັງ​ຫະ​ລິ​ມະ​ຊັບ.


ຂ່າວ/ບົດ​ອື່ນ