ບັນດາຫາ Brexit: EU ກຽມພ້ອມສະເໜີການພົວພັນໃກ້ຊິດສະໜິດສະໜົມທີ່ບໍ່ເຄີຍມີມາກ່ອນກັບ ອັງກິດ

(VOVWORLD) - EU ພ້ອມແລ້ວທີ່ຈະສະເໜີການພົວພັນໃກ້ຊິດສະໜິດສະໜົມທີ່ບໍ່ເຄີຍມີມາກ່ອນກັບ ອັງກິດ ພາຍຫຼັງທີ່ປະເທດນີ້ຖອນຕົວອອກຈາກ “ຊາຍຄາລວມ”.

ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ແບັກແລງ ພາຍຫຼັງການພົບປະກັບທ່ານ Heiko Maas, ລັດຖະມົນຕີກະຊວງການຕ່າງປະເທດ ເຢຍລະມັນ ເມື່ອວັນທີ 29 ສິງຫາ, ທ່ານ Michel Barnier, ຫົວໜ້າຄະນະເຈລະຈາ Brexit ຂອງ EU ໄດ້ປະກາດວ່າ: EU ພ້ອມແລ້ວທີ່ຈະສະເໜີການພົວພັນໃກ້ຊິດສະໜິດສະໜົມທີ່ບໍ່ເຄີຍມີມາກ່ອນກັບ ອັງກິດ ພາຍຫຼັງທີ່ປະເທດນີ້ຖອນຕົວອອກຈາກ “ຊາຍຄາລວມ”. ຕາມທ່ານ Barnier ແລ້ວ, ການພົວພັນສະໜິດສະໜົມນີ້ອາດຈະລວມທັງບັນດານະໂຍບາຍດ້ານເສດຖະກິດ, ການທູດ ແລະ ຄວາມໝັ້ນຄົງ.

        ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Barnier ກໍ່ເນັ້ນໜັກວ່າ EU ເຄົາລົບ “ເສັ້ນຂີດຂັ້ນແດງ” ຂອງອັງກິດ, ເລື່ອງອັງກິດບໍ່ອະນຸຍາດໃຫ້ບໍ່ວ່າສິ່ງໃດໆຈະຜົນກະທົບເຖິງຕະຫຼາດລວມ ເອີລົບ.

        ຍັງມີເວລາພຽງ 7 ເດືອນອີກ, ກໍ່ຈະແມ່ນຈຸດເວລາທີ່ ອັງກິດ ຖອນຕົວອອກຈາກ EU (ເດືອນມີນາ 2019). ແຕ່ເຖິງຢ່າງໃດກໍ່ຕາມ, 2 ຝ່າຍຍັງບໍ່ທັນເປັນເອກະພາບຕໍ່ທັດສະນະກ່ຽວກັບຂໍ້ຕົກລົງຖອນຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ