ບັນດາອົງການຈັດຕັ້ງປະຊາຊົນຫວຽດນາມຕັ້ງໜ້າປະຕິບັດບັນດາເປົ້າໝາຍພັດທະນາຢ່າງໝັ້ນຄົງ

ບັນດາອົງການຈັດຕັ້ງປະຊາຊົນຫວຽດນາມຕັ້ງໜ້າປະຕິບັດບັນດາເປົ້າໝາຍພັດທະນາຢ່າງໝັ້ນຄົງ - ảnh 1
ຜູ້​ແທນ​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ສຳ​ມະ​ນາ
(ພາບ: tgvn)

(vovworld) - ​ວັນ​ທີ 08/04, ກອງ​ທຶນ​ເພື່ອ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ຫວຽດ​ນາມ​ສົມ​ທົບ​ກັບ​ອົງ​ການ​ຈັດ​ຕ​ັ້ງ Action Aid ​ປະ​ຈຳ​ຫວຽດນາມ ໄດ້​ຈັດ​ກອງ​ປ​ະ​ຊຸມ​ສຳ​ມະ​ນາ “ຈາກ​​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ (MDGs) ມຸ່ງ​ໄ​ປ​ເຖິງ​ເປົ້າ​​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ (SDGs), ບັນ​ດາ​ທີ່​ວາງ​ອອກ​ສຳ​ລັບ​ຫວຽດ​ນາມ ແລະ ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນ”. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທ​ນ​ໄດ້​ຍົກ​ອອກ​​ຄວາມ​ສະ​ດວກ ແລະ ສິ່ງ​ທ້າ​ທາຍ​ທີ່​ວາງ​ອອກ​ໃນ​ວິ​ວັດ​ການ​ປະ​ຕິ​ບັດ SDGs ຢ​ູ່​ຫວຽດ​ນາມ. ນັ້ນ​ແມ່ນ​ບັນ​ດາ​ບົດ​ຮຽນ​ປະ​ຕິ​ບັດ MDGs ສຳ​ເລັດ​ຜົນ, ໄ​ດ້​​ຮັບຖື​ວ່າ​ແມ່ນ​ປັດ​ໃຈ​ເພື່ອ​ປະ​ຕິ​ບັດ SDGs; ລັດ​ຖະ​ບານ​ສ້າງ​ບັນ​ດາ​ຍຸດ​ທະ​ສາດ, ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ…

        ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ຜູ້​ຕາງ​ໜ້າ​ກະ​ຊວງ​ແຜນ​ການ ແລະ ກ​ານ​ລົງ​ທຶນ, ກະ​ຊວງ​ການ​ຕ່າງ​ປະ​ເທດ, ກະ​ຊວງ​ຊັບ​ພະ​ຍາ​ກອນ​ລະ​ສິ່ງ​ແວດ​ລ້ອມ, ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ, ຜູ້​ຕ່າງ​ໜ້າ​ໂຄງ​ການ​ພັດ​ທະ​ນາ​ຂອງ​ສະ​ຫະ​ປະ​ຊາ​ຊາດ - UNDP… ໄດ້​ມີ​ບັນ​ດາ​ບົດ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ: ​ແນະ​ນຳ​ໂດຍ​ສັງ​ເຂບ​ກ່ຽວ​ກັບ​ບັນ​ດາເປົ້າ​ໝາຍ​ພັດ​ທະ​ນາ​ແບ​ບ​ຍືນ​ຍົງ, ປຽບ​ທຽບ MDGs ກັບ SDGs ແລະ ບັນ​ດາ​ກາ​ລະ​ໂອ​ກາດ, ສິ່ງ​ທ​້າ​ທາຍ​ສຳ​ລັບ​ຫວຽດ​ນາມ; ການ​ປະ​ຕິ​ບັດ SDGs ກ່ຽວ​ກັບ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ, ຂົງ​ເຂ​ດ​ແຮງ​ງານ ແລະ ຮັບ​ປະ​ກັນ​ຊີິ​ວິດ​ສັງ​ຄົມ.

ຂ່າວ/ບົດ​ອື່ນ