ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດປະຈຳຫວຽດນາມສະແດງຄວາມວິຕົກວັງວົນຕໍ່ການສະພາບການຢູ່ທະເລຕາເວັນອອກ

ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດປະຈຳຫວຽດນາມສະແດງຄວາມວິຕົກວັງວົນຕໍ່ການສະພາບການຢູ່ທະເລຕາເວັນອອກ - ảnh 1
ການພົບປະໂດຍສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ

(vovworld) – ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ຢ່າງ​ຜິດ​ກົດໝາຍ​ໃນ​​ເຂດ​ນ່ານທະ​ເລ ຫວຽດນາມ ສືບ​ຕໍ່​ກໍ່​ໃຫ້​ເກີດ​ບັນດາ​ປະຕິ​ກິລິຍາ​ຢ່າງ​ຮຸນແຮງ​ໃນ​ປະຊາ​ຄົມ​ໂລກ. ທີ່​ການ​ພົບ​ປະ​ເພື່ອ​ແນ​ໃສ່​ແບ່ງ​ປັນ​ບັນດາ​ຂໍ້​ມູນ​ຂ່າວສານ ​ແລະ ການ​ຜັນ​ແປ​ໄລຍະ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໂດ​ຍສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 13/5, ຢູ່​ຮ່າ​ໂນ້ຍ, ບັນດາ​ສ່ວນ​ບຸກຄົນ, ອົງການ​ສາກົນ, ຜູ້ຕາງໜ້າ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ຢູ່ ຫວຽດນາມ, ລ້ວນ​ແຕ່​ສະ​​ແດງ​ການ​ສະໜັບສະໜູນ ຫວຽດນາມ, ສະໜັບສະໜູນ​ຫຼັກ​ໝັ້ນ​ເດັດ​ດຽວ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ ຫວຽດນາມ.

    ບັນດາ​ຄຳອະທິບາຍ​ໂດຍ​ບັນດາ​ນັກບັນ​ລະ​ຍາຍ ຫວຽດນາມ ຍົກ​ອອກ​ມາ​​ແມ່ນ​ອີງ​ໃສ່​ຂໍ້ມາ​ດຕາ​ຕ່າງໆ​ຂອງ​ກົດ​ບັດ ສປຊ, ສົນທິ​ສັນຍາ​ສາກົນ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລະ ​ເອກະສານ​ນິຕິ​ກຳ​ທີ່​ກ່ຽວຂ້ອງຫຼາຍ​ສະບັບ​ໄດ້​ຢັ້ງຢືນ​ວ່າ: ຈີນ​ໄດ້​ລະ​​ເມີດ​ຢ່າງ​ເປີດ​ແປນບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍສາກົນ, ລະອຽດ​ແມ່ນ​ສົນທິສັນຍາ​ຂອງ​ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລປີ 1982, ລະ​ເມີດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໄປ​ຝືນ​ກັບ​ເນື້ອ​ໃນ​ຈິດ​ໃຈຂໍ້​ຕົກລົງ​ຂັ້ນ​ສູງ​ລະ​ຫວ່າງ 2 ປະ​ເທດ..​.​.

    ພາຍຫຼັງ​​ໄດ້​ຮັບຂ່າວ​ຈາກ​​ບັນດາ​ນັກບັນ​ລະ​ຍາຍ, ບັນດາ​ສ່ວນ​ບຸກຄົນ, ອົງການ​ຈັດ​ຕັ້ງ​ສາກົນ, ຜູ້ຕາງໜ້າ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ປະຈຳ ຫວຽ​ດນາມ, ຕີ​ລາຄາ​ສູງ​ບັນດາ​ແຫຼ່ງຂ່າວ​ຂອງ​ບັນ​ດາ​ນັກຮຽນ​ຮູ້ ຫວຽດນາມ. ທ່ານ​ນາງ Kim Young Shin, ຮອງ​ຜູ້​ອຳນວຍ​ການ​ສູນ​ພົວພັນ​ແລກປ່ຽນ​ວັດທະນະທຳ ຫວຽດນາມ - ສ ​ເກົາຫຼີ ​ໃຫ້​ຮູ້​ວ່າ:

    “ປະຊາຊົນ ສ. ​ເກົາຫຼີ ພວກ​ຂ້າພະ​ເຈົ້າ​ຂໍ​ແບ່ງປັນ​ບັນດາ​ນ້ຳ​ໃຈ​ຄວາມ​ຮັກ​ແພງປະຊາຊົນ ຫວຽດນາມ. ຜ່ານ​ການ​ພົບ​ປະ​ຄັ້ງ​ນີ້, ຊາວ​ຕ່າງປະ​ເທດ​ທີ່​ພວມ​ດຳລົງ​ຊີວິດ​ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ຄື​ພວກ​ຂ້າພະ​ເຈົ້າ​ມີ​ແຫຼ່ງຂ່າວ​ກ່ຽວ​ກັບ​ການ​ຜັນ​ແປ​ພວມ​ເກີດ​ຂຶ້ນ​ຕື່ມ​ອີກ. ປະຈຸ​ບັນ, ຫວຽດນາມ ພວມ​ຕັ້ງໜ້າ​ຮຽກຮ້ອງ​ການ​ສະໜັບສະໜູນ​ຂອງ​ປະຊາ​ຄົມ​ໂລກ. ນີ້​ແມ່ນ​ມາດ​ຕະການ​ດ້ານການ​ທູດສຳຄັນ, ​ແຕ່​ວ່າ​ເພື່ອ​ໃຫ້​ວຽກ​ງານ​ນີ້​ມີ​ປະສິດທິ​ຜົນ​ຕື່ມ​ອີກ, ຂ້າພະ​ເຈົ້າ​ຖື​ວ່າ: ຫວຽດນາມ ຄວນ​ສ້າງ​ແວບ​ໄຊ​ດ້ວຍ​ຫຼາຍ​ພາສາ, ​ຮວບຮ່ວມ​ຄຳ​ເຫັນ​ຂອງ​ທັງ​ຊາວ ຫວຽດນາມ ​ແລະ ຊາວ​ຕ່າງປະ​ເທດ. ຖ້າ​ຫາກ​ເຜີຍ​ແຜ່​ບັນດາ​ແຫຼ່ງຂ່າວ​ນີ້ ​ໄດ້​ສ້າງ​ເງື່ອນ​ໄຂ​ອັນ​ໃຫຍ່​ຫຼວງ​ໃຫ້ ຫວຽດນາມ ​ໂຄສະນາ​ເຜີຍ​ແຜ່​ອອກ​ສູ່ໂລກ”

    ສ່ວນ​ທ່ານ Greig Craft, ອະດີດ​ປະທານ​ກອງ​ທຶນ​ປ້ອງ​ກັນ, ຕ້ານ​ບາດ​ເຈັບ, ລົ້ມ​ຕາຍ ອາຊີ ຖື​ວ່າ ຫວຽດນາມ ບໍ່​ເວັນ​ເສຍ​ກໍ​ລະ​ນີ​ນຳ​ເຫດການ​ນີ້​ຂຶ້ນຕໍ່​ສະພາ​ຄວາມ​ໝັ້ນຄົງ ສປຊ:

    “ຂ້າພະ​ເຈົ້າ​ຖື​ວ່າ: ​ແນ່ນອນ​ວ່າ​ນີ້​ແມ່ນ​ບາດກ້າວ​ສຳຄັນ ​ແລະ ມີ​ປະສິດທິ​ຜົນ ຍ້ອນ​ວ່າ ສປຊ ​ແມ່ນ​ອົງການ​ມີ​ຈຳນວນປະ​ເທດສະມາຊິກຫຼາຍ​ ​ແລະ ​ເມື່ອ ຫວຽດນາມ ອອກສຽງ​ຄັດຄ້ານຈະ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຫຼາຍ​ປະ​ເທດ. ​ເມື່ອ​ປະ​ເທດ​ໜຶ່ງ​ມີ​ການ​ກະທຳ​ເກາະ​ຜິດ​ຢູ່​ຊາຍ​ແດນ​ຂອງ​ຕົນ ​ແນ່ນອນ​ວ່າ​ຈະ​ໄດ້ຮັບ​ປະຕິກິລິຍາ​ໂຕ້ຕອບ.”

    ຜູ້ຕາງໜ້າບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ຫຼາຍ​ທ່ານ​ກໍ່​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ວິທີ​ປະຕິ​ກິລິຍາຂອງ ຫວຽດນາມ ​ໃນ​ປະຈຸ​ບັນ ຕໍ່ໜ້າ​ການ​ກະທຳ​ຂອງ​ຈີນ​. ທ່ານ​ນາງ Elizabeth, ສັງ​ກັດ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານຂອງ ອົດ​ສະ​ຕາ​ລີ ປະຈຳ ຫວຽດນາມ, ​ໃຫ້​ຮູ້​ວ່າ:

    “ປະຊາ​ຄົມ​ໂລກ​ລ້ວນ​ແຕ່​ຢືນຢັນ​ວ່າ: ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຕ້ອງ​ນຳ​ໃຊ້​ມາດ​ຕະການ​ທາງ​ດ້ານ​ການ​ທູ​ດຕ່າງໆ​ເພື່ອ​ແກ້​ໄຂ​ສະພາບ​ການ​ສັບສົນ​ໃນ​ປະຈຸ​ບັນ. ຂ້າພະ​ເຈົ້າ​ຖື​ວ່າ: ຫວຽດນາມ ພວມ​ມີວິທີ​ແກ້​ໄຂ​ເໝາະ​ສົມ, ​ໂດຍຜ່ານ​ທາງ​​ການ​ທູດ​ກັບ ອາ​ຊຽນ. ຂ້າພະ​ເຈົ້າ​ຄິດ​ວ່າ: ດ້ວຍ​ຖານະ​ເປັນ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ປະຈຳ ຫວຽດນາມ, ຂ້າພະ​ເຈົ້າ​ສະໜັບສະໜູນ​ວິທີ​ນີ້​ຂອງ ຫວຽດນາມ.”



ຂ່າວ/ບົດ​ອື່ນ